ພາສາລາວ

ນັກວິຊາການລາວຕີລາຄາການພົວພັນຈີນ-ອາຊຽນຢ່າງຕັ້ງໜ້າ

cri2021-11-22 18:11:46
Share
Share this with Close
Messenger Pinterest LinkedIn

ປີນີ້ແມ່ນປີທີ່ຈີນແລະອາຊຽນສ້າງຕັ້ງສາຍພົວພັນຄູ່ເຈລະຈາຄົບຮອບ 30 ປີ,ວັນທີ 22 ພະຈິກນີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ ເຂົ້າຮ່ວມທັງເປັນປະທານ ພິທີສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ.ໃນພິທີໄດ້ປະກາດການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ- ອາຊຽນຢ່າງເປັນທາງການ. ນີ້ແມ່ນຂີດໝາຍໃໝ່ໃນປະຫວັດສານການພົວພັນ ລະຫວ່າງສອງຝ່າຍ,ເຊິ່ງຈະເພີ່ມພະລັງແຮງຂັບເຄື່ອນອັນເພື່ອສັນຕິພາບ ສະຖຽນລະພາບ ຄວາມຈະເລີນຮຸ່ງເຮືອງແລະການ ພັດທະນາຂອງພາກພື້ນກໍ່ຄື ຂອງໂລກ.

ນັບແຕ່ສ້າງຕັ້ງສາຍພົວພັນຄູ່ເຈລະຈາເມື່ອປີ 1991 ເປັນຕົ້ນມາ,ຈີນແລະອາຊຽນ ໄດ້ກຳແໜ້ນກາລະໂອກາດຂອງຍຸກສະໄໝ,ສຸມໃສ່ການຮ່ວມກັນພັດທະນາ,ໂດຍ ໄດ້ເດີນຕາມເສັ້ນທາງທີ່ສາມັກຄີກັນສູ້ຊົນກ້າວໄປໜ້າ ເປັນປະເທດບ້ານໃກ້ ເຮືອນຄຽງທີ່ດີແລະຄູຸ່ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ທຸກມື້ນີ້,ສອງຝ່າຍໄດ້ກາຍເປັນຄູ່ການຄ້າທີ່ໃຫຍ່ກວ່າໝູ່ຂອງກັນ,ເປັນຄູ່ຮ່ວມມືທີ່ມີຊີວິດຊີວາ ກວ່າໝູ່,ເປັນຄູ່ຮ່ວມຍຸດທະສາດທີ່ມີເນື້ອໃນອຸດົມສົມບູນກວ່າໝູ່ເຊິ່ງໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນ 2 ຕື້ກວ່າຄົນໃນ 11 ປະເທດ.

ນັກຄົ້ນຄວ້າສູນຄົ້ນຄວ້າຈີນຂອງມະຫາວິທະຍາໄລແຫ່ງຊາດລາວກ່າວວ່າ,ໂດຍ ຜະເຊີນກັບສິ່ງທ້າທາຍ,ອາຊຽນແລະຈີນໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມ ຫຍຸ້ງຍາກແລະຊ່ວຍເຫຼືອເຊິ່ງກັນແລະກັນ,“ໄດ້ເປັນການອະທິບາຍເນື້ອໃນອັນ ເລິກເຊິ່ງຂອງການສ້າງປະຊາຄົມຮ່ວມຊາ ຕາກຳດ້ວຍການກະທຳຕົວຈິງ.”

ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ,ຈີນແລະອາ ຊຽນໄດ້ດຳເນີນການຮ່ວມມືຕ້ານພະຍາດໂຄວິດ-19 ຢ່າງຕັ້ງໜ້າ.ເຊິ່ງມາຮອດ ປັດຈຸບັນນີ້,ຈີນໄດ້ສະໜອງວັກຊິນຫຼາຍກວ່າ 360 ລ້ານຫຼອດແລະອຸປະກອນຕ້ານ ພະຍາດໂຄວິດ-19 ຈຳນວນຫຼວງຫຼາຍໃຫ້ແກ່ 10 ປະເທດອາຊຽນ.

12全文 2 下一页

Share this story on

Messenger Pinterest LinkedIn