ອາເມຣິກາປ່ອນບັດຢັບຢັ້ງຕໍ່ມະຕິຢຸດຍິງໃນເຂດກາຊາເຮັດໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຕົກຢູ່ໃນສະພາບຕິດຂັດ
ຕອນເຊົ້າວັນທີ 25 ພະຈິກນີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມກ່ຽວກັບບັນຫາປາເລັດສະຕິນ-ອິດສະລາແອນ. ທ່ານຟູຊົງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວຄຳເຫັນວ່າ: ອາທິດແລ້ວນີ້, ຍ້ອນວ່າອາເມຣິກາໄດ້ປ່ອນບັດຢັບຢັ້ງພຽງແຕ່ປະເທດດຽວ, ຄວາມພະຍາຍາມຊຸກຍູ້ການຢຸດຍິງທັນທີຢູ່ເຂດກາຊາຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ພົບອຸປະສັກອີກຄັ້ງໜຶ່ງ. ຄຽງຄູ່ກັບສະພາບຕິດຂັດຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, “ເຄື່ອງຈັກສົງຄາມ” ພວມເພີ່ມແຮງມ້າແລ່ນໄປໜ້າຢ່າງເຕັມກຳລັງ.
ຝ່າຍຈີນກ່າວວ່າ: ວັນທີ 20 ພະຈິກນີ້, ຍ້ອນອາເມຣິກາໄດ້ປ່ອນບັດຢັບຢັ້ງພຽງແຕ່ປະເທດດຽວ, ຄວາມພະຍາຍາມຊຸກຍູ້ການຢຸດຍິງທັນທີຢູ່ເຂດກາຊາຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ພົບອຸປະສັກອີກຄັ້ງໜຶ່ງ. ຫຼັງຈາກນັ້ນບໍ່ເທົ່າໃດມື້, ພົນລະເຮືອນຮ້ອຍກວ່າຄົນຂອງເຂດກາຊາໄດ້ຖືກເຂັ່ນຂ້າເພີ່ມ, ສະຖານະການໄດ້ຮ້າຍແຮງຂຶ້ນນັບມື້ ແລະ ຂະຫຍາຍໄປສູ່ທິດທາງທີ່ອັນຕະລາຍກວ່າເກົ່າຢ່າງຕໍ່ເນື່ອງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ປ່ຽນໜ່ວຍພູທີ່ເຄີຍເປັນບ່ອນຂຸດຄົ້ນແຮ່ໃຫ້ກາຍເປັນຈຸດເຊັກອິນທາງການທ່ອງທ່ຽວແຫ່ງໃໝ່