ພາສາລາວ

ຂະບວນລົດໄຟຂອງອາແຊກໄບຊານທີ່ສົ່ງອອກສິນຄ້າສູ່ຈີນໄດ້ເດີນທາງຈາກນະຄອນຫຼວງບາຄູສູ່ນະຄອນຊີ່ອ່ານຈີນແລ້ວ

CRI2024-11-26 12:42:57
Share
Share this with Close
Messenger Pinterest LinkedIn

ວັນທີ 24 ພະຈິກນີ້, ບໍລິສັດລົດໄຟຂອງອາແຊກໄບຊານເປີດເຜີຍໃຫ້ຮູ້ວ່າ, ຂະບວນລົດໄຟບັນທຸກຕູ້ຄອນເທັນເນີທີ່ບັນຈຸສິນຄ້າສົ່ງອອກຂະບວນທຳອິດຂອງອາແຊກໄບຊານໄດ້ເດີນທາງອອກຈາກນະຄອນຫຼວງບາຄູມຸ່ງສູ່ນະຄອນຊີ່ອ່ານຂອງຈີນແລ້ວ, ເປັນຄັ້ງທຳອິດໃນປະຫວັດສາດການຄ້າລະຫວ່າງສອງປະເທດທີ່ຂົນສົ່ງສິນຄ້າສົ່ງອອກຂອງອາແຊກໄບຊານສູ່ຈີນໂດຍຜ່ານທາງລົດໄຟ.

ຂະບວນລົດໄຟຂົນສົ່ງສິນຄ້າສົ່ງອອກຈາກບາຄູ-ຊີ່ອ່ານຂະບວນທຳອິດບັນທຸກຕູ້ຄອນເທັນເນີຂະໜາດ 40 ຟຸດທັງໝົດ 62 ຕູ້, ຂົນສົ່ງສູ່ທ່າບົກຊີ່ອ່ານຂອງຈີນດ້ວຍຫຼາຍຮູບແບບການຂົນສົ່ງໂດຍຜ່ານແດນກາຊັກສະຖານ. ອີງຕາມແຜນການ, ເມື່ອຮອດທ້າຍປີ 2024, ຈະມີສິນຄ້າ 15.000 ໂຕນ ຫຼື 600 ຕູ້ຄອນເທັນເນີຖືກຂົນສົ່ງຈາກບາຄູເຂົ້າສູ່ຈີນຕາມເສັ້ນທາງທີ່ກຳນົດໄວ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ປ່ຽນໜ່ວຍພູທີ່ເຄີຍເປັນບ່ອນຂຸດຄົ້ນແຮ່ໃຫ້ກາຍເປັນຈຸດເຊັກອິນທາງການທ່ອງທ່ຽວແຫ່ງໃໝ່

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

123全文 3 下一页

Share this story on

Messenger Pinterest LinkedIn