ທູດພິເສດອົງການສະຫະປະຊາຊາດຮຽກຮ້ອງບໍ່ໃຫ້ດຶງຊີຣີເຂົ້າໃນສັງວຽນຄວາມຂັດແຍ້ງໃນພາກພື້ນ
ວັນທີ 24 ພະຈິກນີ້, ຢູ່ທີ່ນະຄອນຫຼວງດາມາສຂອງຊີຣີ, ທ່ານ ເກີອົດໂຕ ເປເດີແຊັນ ທູດພິເສດກ່ຽວກັບບັນຫາຊີຣີຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງດຳເນີນການເຄື່ອນໄຫວເພື່ອຜ່ອນຄາຍສະພາບການເຄັ່ງຕຶງຢູ່ຕາເວັນອອກກາງ, ເພື່ອຫຼີກລ່ຽງບໍ່ໃຫ້ຊີຣີຖືກດຶງເຂົ້າໃນສັງວຽນຄວາມຂັດແຍ້ງຢູ່ພາກພື້ນ.
ທ່ານ ເກີອົດໂຕ ເປເດີແຊັນ ກ່າວຕື່ມວ່າ: ການສິ້ນສຸດການປະທະກັນຢູ່ລີບັງ ແລະ ເຂດກາຊາຂອງປາແລັດສະຕິນເປັນສິ່ງທີ່ສຳຄັນເລັ່ງດ່ວນທີ່ສຸດ, ໄລຍະມໍ່ໆມານີ້, ມີປະຊາຊົນຊີຣີຫຼາຍກວ່າ 4 ແສນຄົນໄດ້ເດີນທາງຈາກລີບັງກັບຄືນສູ່ປະເທດຂອງຕົນເພື່ອຫຼົບໜີໄພສົງຄາມ, ນີ້ແມ່ນໜ້າທີ່ຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງລັດຖະບານຊີຣີ ແລະ ປະຊາຄົມໂລກ. ທ່ານຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເພີ່ມທະວີການຊ່ວຍເຫຼືອຕໍ່ຊີຣີ.
ຕາມຕົວເລກສະຖິຕິຫຼ້າສຸດຂອງອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ: ນັບແຕ່ເດືອນກັນຍາປີນີ້ເປັນຕົ້ນມາ, ມີປະຊາຊົນຊີຣີຫຼາຍກວ່າ 5 ແສນຄົນໄດ້ເດີນທາງຈາກລີບັງເຂົ້າສູ່ຊີຣີເພື່ອຫຼົບໜີໄພສົງຄາມ. ປະຊາຊົນຊີຣີຫຼາຍກວ່າ 70% ຄື ປະມານ 16.700.000 ຄົນພວມຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ປ່ຽນໜ່ວຍພູທີ່ເຄີຍເປັນບ່ອນຂຸດຄົ້ນແຮ່ໃຫ້ກາຍເປັນຈຸດເຊັກອິນທາງການທ່ອງທ່ຽວແຫ່ງໃໝ່