ພາສາລາວ

ກຸ່ມຜູ້ປະທ້ວງໃນການາດາຮຽກຮ້ອງໃຫ້ລັດຖະບານອອກຈາກກຸ່ມນາໂຕ

cri2024-11-25 17:01:13
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້ ປະຊາຊົນການາດາໄດ້ຈັດການເຄື່ອນໄຫວປະທ້ວງຢູ່ນະຄອນ ມອນເຕຣອັນ ອີກເທື່ອໜຶ່ງ ໂດຍໄດ້ຊູປ້າຍ “ການາດາຕ້ອງອອກຈາກນາໂຕ”, ທັງຮ້ອງໂຮສຽງດັງຄຳເວົ້າສະໜັບສະໜູນປາແລັດສະຕີນ, ທັງຮຽກຮ້ອງໃຫ້ລັດຖະບານອອກຈາກກຸ່ມນາໂຕ.

ຜູ້ຈັດການເຄື່ອນໄຫວປະທ້ວງຄັ້ງນີ້ກ່າວວ່າ: ເຖິງວ່ານາໂຕເອີ້ນຕົນເອງເປັນສະຫະພັນປ້ອງກັນ, ແຕ່ການກະທຳຂອງພວກເຂົາພັດໄດ້ທຳລາຍສະຖຽນລະພາບຂອງຫຼາຍພາກພື້ນໃນທົ່ວໂລກ ທັງພາໃຫ້ເກີດການປະທະກັນທາງການທະຫານ, ໂດຍສະເພາະແມ່ນຕາເວັນອອກກາງແລະເອີຣົບຕາເວັນອອກ. ຖ້າຫາກປະເທດສະມາຊິກກຸ່ມນາໂຕເຊັ່ນອາເມຣິກາເປັນຕົ້ນບໍ່ສະໜອງອາວຸດໃຫ້, ອິດສະຣາແອນກໍຈະບໍ່ສາມາດທຳການເຄື່ອນໄຫວທາງການທະຫານຢູ່ເຂດກາຊາໄດ້, ພ້ອມນີ້ ນະໂຍບາຍຂະຫຍາຍນາໂຕສູ່ທິດຕາເວັນອອກຢ່າງບໍ່ຢຸດຢັ້ງ ກໍເປັນອີກໜຶ່ງສະນວນເຫດທີ່ເຮັດໃຫ້ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນ.

ໃນໄລຍະຈັດການເຄື່ອນໄຫວປະທ້ວງ, ຜູ້ຕາງໜ້າປະເທດສະມາຊິກກຸ່ມນາໂຕແລະພັນທະມິດປະມານ 300 ຄົນກຳລັງເຂົ້າຮ່ວມກອງປະຊຸມປະຈຳປີຢູ່ນະຄອນ ມອນເຕຣອັນ ເພື່ອເປິກສາຫາລືບັນຫາການສູ່ຮົບຂອງຣັດເຊຍ-ອູແກຣນ, ການປ່ຽນແປງຂອງດິນຟ້າອາກາດ ແລະບັນຫາອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

123全文 3 下一页

Share this story on

Messenger Pinterest LinkedIn