ສານອາຍາສາກົນອອກຄຳສັ່ງຈັບຕົວນາຍົກອິດສະຣາແອນ, ປະເທດຕາເວັນຕົກມີຄວາມຂັດແຍ້ງທີ່ໜັກໜ່ວງຕໍ່ເລື່ອງນີ້
ວັນທີ 21 ພະຈິກນີ້, ສານອາຍາສາກົນໄດ້ອອກຄຳສັ່ງຈັບຕົວທ່ານ ເບັນຈະມີນ ເນທັນຢາຮູ ນາຍົກລັດຖະມົນຕີ ແລະທ່ານ ໂຢອັຟ ກາແລັນດ໊ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນ. ວັນທີ 23 ພະຈິກນີ້, ມີປະເທດແລະອົງການສາກົນຈຳນວນໜຶ່ງໄດ້ສະແດງຄວາມເຫັນຂອງຕົນ.
ມື້ດຽວກັນ, ທ່ານ ເຣເຊັບ ເອີໂດກັນ ປະທານາທິບໍດີຕູຣາເຄຍ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການຕົກລົງດັ່ງກ່າວ. ທ່ານ ໂຢເຊັບ ໂບເຣວ ຟອນເທເລັສ ຜູ້ຕາງໜ້າລະດັບສູງກ່ຽວກັບນະໂຍບາຍການຕ່າງປະເທດແລະຄວາມໝັ້ນຄົງຂອງສະຫະພາບເອີຣົບກ່າວວ່າ: ບັນດາປະເທດສະຫະພາບເອີຣົບມີພັນທະປະຕິບັດຕາມການຕັດສິນຂອງສານອາຍາສາກົນ, ບໍ່ຄວນປະຕິບັດຄຳສັ່ງຈັບຕົວຢ່າງມີການຄັດເລືອກ.
ກ່ອນໜ້ານີ້, ການຕັດສິນດັ່ງກ່າວພາໃຫ້ເກີດຄວາມຂັດແຍ້ງກັນຢ່າງໃຫຍ່ຫຼວງຢູ່ລະຫວ່າງອາເມຣິກາແລະປະເທດຕາເວັນຕົກ. ອາເມຣິກາແລະເຊັກແມ່ນສະໜັບສະໜູນອິດສະຣາແອນ; ແຕ່ການາດາ, ອົສຕຣາລີ, ໂຮນຣັງ, ອີຕາລີ, ແອັສປາຍ, ແຟງລັງ, ປອກຕຸຍການ, ອຽກລັງແລະປະເທດເອີຣົບອື່ນໆລ້ວນແຕ່ສະແດງຄວາມເຄົາລົບແລະສະໜັບສະໜູນການຕັດສິນຂອງສານອາຍາສາກົນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ