ກອງປະຊຸມເວທີເປີກສາຫາລືຈີນ-ເອີຣົບຄັ້ງທີ 12 ຈັດຂຶ້ນຢູ່ບຣຸກແຊນ
ວັນທີ 21 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືຈີນ-ເອີຣົບຄັ້ງທີ 12 ໄດ້ຈັດຂຶ້ນດຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກ, ໂດຍເນັ້ນໃສ່ຫົວຂໍ້ຕົ້ນຕໍ ຈີນ-ເອີຣົບສ້າງສາຍພົວພັນທາງການທູດຄົບຮອບ 50 ປີໃນປີ 2025, ຄົ້ນຄວ້າເປິກສາຫາລືຊຸກຍູ້ໃຫ້ສາຍພົວພັນລະຫວ່າງຈີນ-ເອີຣົບຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະປອດໃສ.
ໃນໄລຍະເປິກສາຫາລືແບບໂຕະມົນ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ລົງເລິກເປິກສາຫາລືກ່ຽວກັບການເພີ່ມທະວີການສົນທະນາ ແລະການຮ່ວມມືລະຫວ່າງຈີນ-ເອີຣົບພາຍໃຕ້ສະພາບການໃໝ່, ການຄວບຄຸມການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນ-ເອີຣົບໃນຍຸກ ໂລກາພິວັດ, ໄດ້ແລກປ່ຽນຄວາມເຫັນກ່ຽວກັບຈີນ-ເອີຣົບຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ, ສະເໜີຂໍ້ສະເໜີທີ່ຕິດແທດຕົວຈິງກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ເອີຣົບເປັນຕົ້ນ, ຫວັງວ່າຈີນ ແລະເອີຣົບຈະຢືນຢູ່ຈຸດເລີ່ມຕົ້ນໃໝ່ທີ່ສ້າງສາຍພົວພັນທາງການທູດຄົບຮອບ 50 ປີ, ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຕື່ມອີກ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ທ່ານສີຈິ້ນຜິງ ກ່າວວ່າ: ຂະບວນການລຶບລ້າງຄວາມທຸກຍາກຂອງຈີນສະແດງໃຫ້ເຫັນວ່າ, ບັນຫາທຸກຍາກຂອງປະເທດພວມພັດທະນາແມ່ນສາມາດແກ້ໄຂໄດ້
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved