ກຸ່ມຮາມາສ ອ້າງວ່າກ່ອນສົງຄາມຢູ່ເຂດກາຊາສິ້ນສຸດລົງ ຈະບໍ່ມີສັນຍາກ່ຽວກັບການແລກປ່ຽນຕົວປະກັນ
ວັນທີ 20 ພະຈິກນີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງຄະແນນສຽງຕໍ່ຮ່າງມະຕິກ່ຽວກັບການຢຸດຍິງຢູ່ເຂດກາຊາ, ຍ້ອນວ່າອາເມຣິກາໄດ້ລົງຄະແນນສຽງຄັດຄ້ານ, ມະຕິດັ່ງກ່າວຈຶ່ງບໍ່ຜ່ານການຮັບຮອງ. ຫຼັງຈາກຮ່າງມະຕິຖືກຢັບຢັ້ງແລ້ວ, ຂະບວນການຕໍ່ຕ້ານອິດສະລາມິກປາແລັດສະຕິນ ຫຼື ຮາມາສໄດ້ຢືນຢັນວ່າ: ເວັ້ນເສຍແຕ່ສົງຄາມຢູ່ເຂດກາຊາສິ້ນສຸດລົງເທົ່ານັ້ນ, ຖ້າບໍ່ດັ່ງນັ້ນ, ກຸ່ມຮາມາສຈະບໍ່ເຊັນສັນຍາກັບອິດສະຣາແອນກ່ຽວກັບການແລກປ່ຽນຕົວປະກັນ.
ຈີນ, ຣັດເຊຍ, ອັງກິດ, ຝຣັ່ງ ແລະ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕ່າງກໍຊີ້ໃຫ້ເຫັນວ່າ: ວິກິດການດ້ານມະນຸດສະທໍາຢູ່ເຂດກາຊາສືບຕໍ່ຮ້າຍແຮງຂຶ້ນ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາໄດ້ເກີນຂີດຈຳກັດຂອງການຊ່ວຍເຫຼືອຕົວປະກັນແລ້ວ, ສະນັ້ນ, ຈຶ່ງມີຄວາມຕ້ອງການຢ່າງຮີບດ່ວນໃຫ້ບັນລຸການຢຸດຍິງຖາວອນໃນທັນທີ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15