ພາສາລາວ

ກອງປະຊຸມດິນຟ້າອາກາດບາກູເຂົ້າສູ່ໄລຍະສຸດທ້າຍ

cri2024-11-22 11:07:08
Share
Share this with Close
Messenger Pinterest LinkedIn

ການເຈລະຈາໃນກອງປະຊຸມພາຄີ “ອະນຸສັນຍາປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ” ຫຼື COP 29 ທີ່ຈັດຂຶ້ນຢູ່ນະຄອນຫຼວງບາກູປະເທດອາແຊກໄບຊານໄດ້ເຂົ້າສູ່ໄລຍະສຸດທ້າຍແລ້ວ, ແຕ່ຝ່າຍຕ່າງໆຍັງມີຄວາມເຫັນທີ່ແຕກຕ່າງກັນຫຼາຍໃນຫົວຂໍ້ໃຈກາງ.

ວັນທີ 21 ພະຈິກນີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວວ່າ: ກອງປະຊຸມ COP 29 ໄດ້ເຂົ້າສູ່ໄລຍະສຸດທ້າຍແລ້ວ, ຄວາມເຫັນທີ່ເປັນເອກະພາບກັນພວມຈໍ່ຕົວຂຶ້ນຢ່າງຈະແຈ້ງ, ແຕ່ຍັງມີຄວາມເຫັນທີ່ຂັດແຍ້ງກັນຢູ່, ຄວນອອກແຮງຊຸກຍູ້ຈຶ່ງຈະສາມາດເຮັດໃຫ້ການເປິກສາຫາລືມີຜົນສຳເລັດຢ່າງສະດວກ.

ໃນໄລຍະຈັດກອງປະຊຸມ, ທ່ານຫຼິວເຈີ້ນມິນ ທູດພິເສດດ້ານວຽກງານການປ່ຽນແປງຂອງດິນຟ້າອາກາດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ຂໍກຸນແຈສຳຄັນທີ່ເຮັດໃຫ້ການເຈລະຈາດ້ານເງິນທຶນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນ ປະເທດທີ່ພັດທະນາແລ້ວຄວນອີງຕາມຄວາມຮຽກຮ້ອງທີ່ກຳນົດໄວ້ຢູ່ໃນມາດຕາທີ 9 ຂອງ “ສັນຍາປາຣີ”, ໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການຊ່ວຍເຫຼືອເງິນທຶນແກ່ປະເທດພວມພັດທະນາ ແລະ ສະໜອງຕາມຈຳນວນເງິນເທົ່າທີ່ຄວນຕາມຄຳໝັ້ນສັນຍາທີ່ໃຫ້ໄວ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

123全文 3 下一页

Share this story on

Messenger Pinterest LinkedIn