ພາສາລາວ

ການຄ້າສິນຄ້າທີ່ຈັດຕ້ອງໄດ້ລະຫວ່າງຈີນກັບອາເມຣິກາລາຕິນຈະສືບຕໍ່ຮັກສາຈັງຫວະເພີ່ມຂຶ້ນຢ່າງວ່ອງໄວ

CRI2024-11-15 11:43:44
Share
Share this with Close
Messenger Pinterest LinkedIn

ວັນທີ 14 ພະຈິກນີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ:ນັບແຕ່ປີ2000 ຫາປີ 2022,ຍອດມູນຄ່າການຄ້າສິນຄ້າທີ່ຈັບຕ້ອງໄດ້ລະຫວ່າງຈີນ ກັບ ອາເມຣິກາລາຕິນໄດ້ເພີ່ມຂຶ້ນ 35 ເທົ່າ, ແຕ່ກົງກັນຂ້າມໃນໄລຍະດັ່ງກ່າວ, ຍອດມູນຄ່າການຄ້າທາງສິນຄ້າລະຫວ່າງອາເມຣິກາລາຕິນ ກັບ ເຂດອື່ນໆຢູ່ໃນໂລກເພີ່ມຂຶ້ນພຽງແຕ່ 4 ເທົ່າເທົ່ານັ້ນ. ຂໍໃຫ້ທ່ານໂຄສົກຕີລາຄາຕໍ່ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ກັບ ອາເມຣິກາລາຕິນມີຄືແນວໃດ?

ທ່ານລີນຈ້ຽນຕອບວ່າ: ໃນຫຼາຍປີຜ່ານມານີ້,ຍອດມູນຄ່າການຄ້າທາງສິນຄ້າລະຫວ່າງຈີນ ກັບ ອາເມຣິກາລາຕິນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ,ປີກາຍນີ້ ບັນລຸມູນຄ່າເຖິງ 489 ຕື້ໂດລາ. ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້າສິນຄ້າລະຫວ່າງຈີນ ກັບ ອາເມຣິກາລາຕິນໄດ້ບັນລຸເຖິງ 427 ຕື້ 400 ລ້ານໂດລາ, ເພີ່ມຂຶ້ນ 7,7% ເມື່ອທຽບກັບໄລຍະດຽວກັນປີກາຍ, ຄາດວ່າໝົດປີນີ້ຈະບັນລຸເຖິງ 500 ຕື້ໂດລານີ້.

ຈີນແມ່ນກຸ່ມເສດຖະກິດອັນດັບສອງ ແລະ ຕະຫຼາດການບໍລິໂພກອັນດັບໜຶ່ງຂອງໂລກ, ອາເມຣິກາລາຕິນ ແລະ ເຂດກາລາອິບມີປະຊາກອນ 660 ລ້ານຄົນ, ມີກຳລັງແຮງບົ່ມຊ້ອນອັນໃຫຍ່ຫຼວງໃນດ້ານການພັດທະນາເສດຖະກິດ. ຈີນ ກັບ ອາເມຣິກາລາຕິນຖືແຕ່ລະຝ່າຍເປັນໂອກາດການພັດທະນາຂອງກັນແລະກັນ, ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການຄ້າສິນຄ້າລະຫວ່າງຈີນ ກັບ ອາເມຣິກາລາຕິນຍັງຈະສືບຕໍ່ຮັກສາຈັງຫວະເພີ່ມຂຶ້ນຢ່າງວ່ອງໄວ ແລະບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ມີລະດັບສູງກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

123全文 3 下一页

Share this story on

Messenger Pinterest LinkedIn