ພາສາລາວ

ທ່ານ ຕິ່ງເຊວ່ຊຽງ ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງຜູ້ນຳທົ່ວໂລກ

cri2024-11-14 15:58:29
Share
Share this with Close
Messenger Pinterest LinkedIn

ລະຫວ່າງວັນທີ 12 ຫາ 13 ພະຈິກນີ້, ທ່ານ ຕິ່ງເຊວ່ຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ໃນນາມເປັນຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງຜູ້ນຳທົ່ວໂລກຢູ່ນະຄອນຫຼວງບາກູຂອງອາແຊກໄບຊັງ, ພ້ອມທັງກ່າວຄຳປາໄສ.

ທ່ານ ຕິ່ງເຊວ່ຊຽງ ກ່າວວ່າ: ສຳລັບການເພີ່ມທະວີການແກ້ໄຂບັນຫາດິນຟ້າອາກາດທົ່ວໂລກ, ຫຼັກການທີ່ເປັນໜ້າທີ່ຄວາມຮັບຜິດຊອບຮ່ວມກັນແຕ່ມີຄວາມແຕກຕ່າງກັນເປັນພື້ນຖານ, ປະເທດພັດທະນາແລ້ວຄວນມີຄວາມໝັ້ນໃຈ ແລະ ການເຄື່ອນໄຫວຫຼາຍກວ່າເກົ່າ, ປະຕິບັດພັນທະຫຼຸດການປ່ອຍກາກບອນກ່ອນໝູ່, ບັນລຸການປອດການປ່ອຍກາກບອນກ່ອນເວລາກຳນົດ, ສ່ວນປະເທດພວມພັດທະນາແລວ້ຕ້ອງສຸມຄວາມພະຍາຍາມຫຼາຍທີ່ສຸດຕາມຄວາມສາມາດຂອງຕົນ. ທ່ານຮຽກຮ້ອງໃຫ້ປະເທດພັດທະນາແລ້ວຈົ່ງເພີ່ມທະວີການສະໜັບສະໜູນດ້ານເງິນທຶນ ແລະ ຖ່າຍໂອນເຕັກນິກໃຫ້ແກ່ປະເທດພວມພັດທະນາ, ຄ່ອງຄອຍກອງປະຊຸມຄັ້ງນີ້ບັນລຸເປົ້າໝາຍເງິນທຶນອັນໃໝ່ທີ່ຫຼາຍກວ່າເກົ່າ, ສ້າງຄວາມໝັ້ນໃຈ ແລະ ຮັບປະກັນໃຫ້ການເຄື່ອນໄຫວດ້ານດິນຟ້າອາກາດທົ່ວໂລກໃນໄລຍະຕໍ່ໜ້າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn