ພາສາລາວ

ການຮ່ວມມືເປັນກະແສຫຼັກໃນການພັດທະນາຂອງພາກພື້ນອາຊີປາຊີຟິກ

CRI2024-11-14 14:03:53
Share
Share this with Close
Messenger Pinterest LinkedIn

ກອງປະຊຸມບໍ່ເປັນທາງການຄັ້ງທີ 31 ຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຈະຈັດຂຶ້ນຢູ່ເປຣູໃນໄວໆນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມຕາມຄຳເຊີນ. ໂດຍປິ່ນອ້ອມຫົວຂໍ້ທີ່ວ່າ “ເສີມສ້າງຄວາມສາມາດ ກວມລວມ ເຕີບໂຕ”, ບຸກຄົນສຳຄັນໃນວົງການການເມືອງ ແລະ ທຸລະກິດການຄ້າຂອງ 21 ກຸ່ມເສດຖະກິດຢູ່ພາກພື້ນອາຊີປາຊີຟິກຈະສຸມໃສ່ເປິກສາຫາລືກ່ຽວກັບເພີ່ມທະວີການຄ້າແບບເປີດກວ້າງ ເສລີ ແລະ ກວມລວມ, ພ້ອມກັບ ຊຸກຍູ້ການເຕີບໂຕແບບຍືນຍົງຂອງເສດຖະກິດ ຊຸກຍູ້ການຫັນປ່ຽນຮູບແບບການພັດທະນາດ້ານພະລັງງານຂອງໂລກ ແລະຫົວຂໍ້ອື່ນໆ.

ອີງຕາມການຄາດຄະເນຂອງອົງການກອງທຶນເງິນຕາສາກົນ, ປີນີ້ ອັດຕາຈັງຫວະເຕີບໂຕຂອງເສດຖະກິດອາຊີປາຊີຟິກຄາດຫວັງວ່າ ຈະບັນລຸເຖິງ 4,2%, ເຊິ່ງສູງກວ່າອັດຕາເຕີບໂຕຂອງເສດຖະກິດໂລກ ທີ່ເປັນລະດັບ 2,9%. ເປັນຫຍັງພາກພື້ນອາຊີປາຊີຟິກຈຶ່ງສາມາດນຳໜ້າການພັດທະນາຂອງໂລກ? ນີ້ກໍຍ້ອນໄດ້ຮັບຜົນປະໂຫຍດຈາກສັນຕິພາບ ແລະ ຄວາມໝັ້ນຄົງໄລຍະຍາວຂອງພາກພື້ນນີ້, ແລະກໍປັດສະຈາກການປະກອບສ່ວນຂອງອົງການການຮ່ວມມືເສດຖະກິດອາຊີປາຊີຟິກບໍ່ໄດ້ຢ່າງແນ່ນອນ. ຂໍ້ມູນສະແດງໃຫ້ເຫັນວ່າ, ຕະຫຼອດໄລຍະ 30 ປີທຳອິດຫຼັງການສ້າງຕັ້ງອົງການ APEC, ອັດຕາພາສີສະເລ່ຍຂອງພາກພື້ນນີ້ໄດ້ຫຼຸດຈາກ 17% ລົງເປັນ 5%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂຶ້ນ 2 ເທົ່າຂຶ້ນໄປ, ການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກບັນລຸເຖິງ 70%.

ການຍຶດໝັ້ນເປີດປະຕູສູ່ພາຍນອກ ແລະ ການຮ່ວມມື, ຖືວ່າເປັນກຸນແຈທີ່ໄຂປະຕູສູ່ຄວາມສຳເລັດຂອງພາກພື້ນອາຊີປາຊີຟິກໃນຕະຫຼອດໄລຍະຜ່ານມາ, ມັນຄວນກາຍເປັນຫຼັກການພື້ນຖານໃນການພັດທະນາຂອງອາຊີປາຊີຟິກໃນອະນາຄົດ. ສະພາບການຂອງໂລກຍິ່ງມີຄວາມສັບສົນຂ້ຽວຂາດ, ກຸ່ມເສດຖະກິດຕ່າງໆຢູ່ພາກພື້ນອາຊີປາຊີຟິກກໍຄວນຍິ່ງຕຸ້ມໂຮມກັນເພື່ອຮັບຜົນປະໂຫຍດຮ່ວມ, ສະໜັບສະໜູນການຄ້າ ແລະ ການລົງທຶນແບບເສລີ, ຄັດຄ້ານລັດທິປົກປ້ອງການຄ້າ, ຈັດຕັ້ງປະຕິບັດ “ວິໄສທັດ ປູຕຣາຈາຢາ” ຢ່າງຮອບດ້ານ, ສ້າງ “ 30 ປີຄຳ” ຮອບໃໝ່ແຫ່ງການຮ່ວມມືຂອງພາກພື້ນອາຊີປາຊີຟິກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn