ພາສາລາວ

ກອງປະຊຸມຜູ້ນຳເສດຖະກິດເອເປັກຈະຈັດຂຶ້ນ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊິຟິກ

CRI2024-11-14 11:14:10
Share
Share this with Close
Messenger Pinterest LinkedIn

ວັນທີ 13 ພະຈິກນີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ຖາມວ່າ: ໃນໂອກາດກອງປະຊຸມຜູ້ນຳເສດຖະກິດເອເປັກຈະຈັດຂຶ້ນ,ຈີນມີຄວາມເຫັນຄືແນວໃດຕໍ່ການພັດທະນາຢ່າງມີຄຸນນະພາບສູງ ແລະ ເສດຖະກິດເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຂອງພາກພື້ນອາຊີ-ປາຊິຟິກ?

ຕໍ່ກັບເລື່ອງນີ້, ທ່ານລີນຈ້ຽນຊີ້ຕອບວ່າ: ຈີນແມ່ນແຫຼ່ງກຳລັງແຮງຂັບເຄື່ອນແລະ ເຄື່ອງຈັນຊຸກຍູ້ການຮ່ວມມືພາກພື້ນອາຊີ-ປາຊິຟິກ.ຈີນແມ່ນຄູ່ການຄ້າໃຫຍ່ທີ່ສຸດສຳລັບກຸ່ມເສດຖະກິດ 13 ແຫ່ງຂອງເອເປັກ,ອັດຕາການປະກອບສ່ວນເຂົ້າໃນການເຕີບໂຕດ້ານເສດຖະກິດຂອງອາຊີ-ປາຊິຟິກແມ່ນສູງເຖິງ 64,2% ເຊິ່ງໄດ້ຊຸກຍູ້ໃຫ້ການຄ້າສິນຄ້າໃນພາກພື້ນເຕີບໂຕ 37,6% ການຄ້າທາງການບໍລິການໃນພາກພື້ນເຕີບໂຕ 44,6%.

ທ່ານລີນຈ້ຽນເນັ້ນໜັກວ່າ: ຈີນຍິນດີຖືເອົາກອງປະຊຸມຜູ້ນຳເສດຖະກິດເອເປັກຄັ້ງທີ 31 ເປັນໂອກາດ,ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊິຟິກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

123全文 3 下一页

Share this story on

Messenger Pinterest LinkedIn