ພາສາລາວ

ຈີນຊົມເຊີຍການພົວພັນລະຫວ່າງອາຣັບບີ ຊາອຸດິດ ກັບ ອີຣານໄດ້ຮັບຄວາມຄືບໜ້າອັນຕັ້ງໜ້າຢ່າງບໍ່ຢຸດຢັ້ງ

CRI2024-11-14 11:24:49
Share
Share this with Close
Messenger Pinterest LinkedIn

ວັນທີ 13 ພະຈິກນີ້,ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບການພົວພັນລະຫວ່າງອາຣັບບີ ຊາອຸດິດ ກັບ ອີຣານ.

ຕໍ່ກັບເລື່ອງນີ້,ທ່ານລີນຈ້ຽນຕອບວ່າ: ນັບແຕ່ອາຣັບບີ ຊາອຸດິດກັບ ອີຣານບັນລຸຄວາມປອງດອງກັນທີ່ມີລັກສະນະປະຫວັດສາດເປັນເວລາໜຶ່ງປີກວ່າມານີ້, ການພົວພັນລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າອັນຕັ້ງໜ້າຢ່າງບໍ່ຢຸດຢັ້ງ, ຈີນສະແດງຄວາມຊົມເຊີຍຕໍ່ກັບເລື່ອງນີ້ພ້ອມທັງສະແດງຄວາມຍ້ອງຍໍຕໍ່ຄວາມພະຍາຍາມຂອງທັງສອງປະເທດ.ຫວ່າງມໍ່ໆມານີ້, ອາຣັບບີ ຊາອຸດິດ ກັບ ອີຣານໄດ້ພົວພັນແລະປ່ຽນກັນຢ່າງດີງາມໃນດ້ານຕ່າງໆ ເຊິ່ງໄດ້ປັບປຸງທ່ວງທ່າປອງດອງກັນໃຫ້ໝັ້ນຄົງໂດຍບໍ່ຂາດສາຍ,ທັງຍັງໄດ້ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ ແລະສະຖຽນລະພາບຂອງພາກພື້ນນຳອີກ.ຈີນຈະເຮັດຄືແຕ່ເກົ່າເມືອຫຼັງສະໜັບສະໜູນອາຣັບບີ ຊາອຸດິດ ກັບ ອີຣານກ້າວເດີນໄປໃນທິດທາງດຽວກັນ,ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ ແລະ ບັນລຸໃຫ້ມີໄມຕີຈິດຖານບ້ານໃກ້ເຮືອນຄຽງຢ່າງຖາວອນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

123全文 3 下一页

Share this story on

Messenger Pinterest LinkedIn