ຜູ້ຕາງໜ້າຈີນ:ຄວາມອຶດຫິວຫັນເປັນອາວຸດບໍ່ໄດ້ ນີ້ແມ່ນເສັ້ນຕ້ອງຫ້າມຕ່ຳສຸດຂອງກົດໝາຍວ່າດ້ວຍມະນຸດສະທຳ
ວັນທີ 12 ພະຈິກນີ້,ໃນກອງປະຊຸມສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ:ບັນຫາມະນຸດສະທຳຫັນເປັນບັນຫາການເມືອງບໍ່ໄດ້,ຄວາມອຶດຫິວຍິ່ງຫັນເປັນອາວຸດບໍ່ໄດ້,ນີ້ແມ່ນເສັ້ນຕ້ອງຫ້າມຕ່ຳສຸດທີ່ກຳນົດໄວ້ຢູ່ໃນກົດໝາຍວ່າດ້ວຍມະນຸດສະທຳສາກົນ.
ທ່ານຟູ້ຊົ່ງກ່າວຕື່ມວ່າ: ຍ້ອນການປະທະກັນຢູ່ເຂດກາຊາແກ່ຍາວມາເປັນເວລາ 13 ເດືອນ, ຄວາມຕ້ອງການຂອງປະຊາຊົນສາມັນຖືກຕັດຮອນລົງເລື້ອຍໆ,ເສັ້ນຕ້ອງຫ້າມຕ່ຳສຸດດ້ານມະນຸດສະທຳທັງໝົດຖືກລ່ວງລະເມີດຫຼາຍເທື່ອ.ດ້ານໜຶ່ງ, ອິດສະຣາແອນສະກັດກັ້ນການເຄື່ອນໄຫວດ້ານມະນຸດສະທຳ, ອີກດ້້ານໜຶ່ງແມ່ນໄດ້ກ່າວປະນາມອົງການມະນຸດສະທຳ ແລະ ອົງການສະຫະປະຊາຊາດບໍ່ໄດ້ເຮັດວຽກຢ່າງມີປະສິດທິຜົນ,ສິ່ງນີ້ແມ່ນບໍ່ສາມາດຍອມຮັບເອົາໄດ້.
ທ່ານຟູ້ຊົ່ງຮຽກຮ້ອງໃຫ້ອິດສະຣາແອນຈົ່ງດຳເນີນການຮ່ວມມືກັບພາກສ່ວນມະນຸດສະທຳຢ່າງຮອບດ້ານ ເຊັ່ນ:ອົງການສະຫະປະຊາຊາດເປັນຕົ້ນ ຮັບປະກັນຄວາມປອດໄພ ແລະ ຄວາມສະດວກໃນການເຄື່ອງໄຫວຂອງພາກສ່ວນມະນຸດສະທຳ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved