ພາສາລາວ

ຕູຣາເຄຍຕັດສາຍພົວພັນກັບອິດສະຣາແອນ

cri2024-11-14 10:35:21
Share
Share this with Close
Messenger Pinterest LinkedIn

ວັນທີ 13 ພະຈິກນີ້, ທ່ານເຣເຊັບ ໄຕຢິບ ເອໂດກັນ ປະທານາທິບໍດີຕູຣາເຄຍປະກາດວ່າ: ຕູຣາເຄຍໄດ້ຕັດສາຍພົວພັນກັບອິດສະຣາແອນ, ໃນຕໍ່ໜ້າຈະບໍ່ນຳໃຊ້ມາດຕະການໃດໆເພື່ອສືບຕໍ່ຫຼືຂະຫຍາຍສາຍພົວພັນລະຫວ່າງສອງຝ່າຍ.

ໃນໄລຍະ 10 ກວ່າປີຜ່ານມານີ້, ການພົວພັນລະວຫ່າງຕູຣາເຄຍ-ອິດສະຣາແອນມີການປ່ຽນແປງຫຼາຍຄັ້ງ. ເດືອນສິງຫາປີ 2022, ສອງປະເທດໄດ້ຟື້ນຟູສາຍພົວພັນທາງການທູດ ແລະ ສົ່ງເອກອັກຄະລັດຖະທູດໄປປະຈຳຢູ່ປະເທດຂອງກັນແລະກັນຄືນໃໝ່. ແຕ່ຫຼັງຈາກປາແລັດສະຕິນກັບອິດສະຣາແອນເກີດການປະທະກັນຮອບໃໝ່ເມື່ອວັນທີ 7 ເດືອນຕຸລາປີ 2023ເປັນຕົ້ນມາ, ການພົວພັນຂອງສອງປະເທດຊຸດໂຊມລົງອີກຄັ້ງ. ຄຽງຄູ່ກັບອິດສະຣາແອນຍົກລະດັບການເຄື່ອນໄຫວທາງການທະຫານຕໍ່ເຂດກາຊາ, ລັດຖະບານຕູຣາເຄຍໄດ້ກ່າວປະນາມຢ່າງເຄັ່ງຂຶມຫຼາຍເທື່ອ. ເດືອນພະຈິກປີກາຍນີ້, ກະຊວງການຕ່າງປະເທດຕູຣາເຄຍໄດ້ປະກາດວ່າ: ຍ້ອນວ່າອິດສະຣາແອນໂຈມຕີປະຊາຊົນສາມັນຂອງປາແລັດສະຕິນຢ່າງຕໍ່ເນື່ອງ ແລະ ກໍ່ໂສກນາດຕະກຳດ້ານມະນຸດສະທຳຢູ່ເຂດກາຊາ, ຕູຣາເຄຍຈິ່ງຕົກລົງຮຽກເອກອັກຄະລັດຖະທູດປະເທດຕົນປະຈຳອິດສະຣາແອນກັບຄືນປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

123全文 3 下一页

Share this story on

Messenger Pinterest LinkedIn