ຈີນ-ຣັດເຊຍຈັດກອງປະຊຸມເປິກສາຫາລືຄວາມໝັ້ນຄົງຍຸດທະສາດ
ວັນທີ 12 ພະຈິກນີ້, ທ່ານວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ແລະທ່ານ ເຊີເກ ຊອຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ ໄດ້ຮ່ວມກັນເປັນປະທານ ກອງປະຊຸມເປິກສາຫາລືຄວາມໝັ້ນຄົງຍຸດທະສາດຈີນ-ຣັດເຊຍຄັ້ງທີ 19 .
ທ່ານວາງຢີ້ກ່າວວ່າ: ການຊີ້ນຳນຳພາຂອງປະມຸກລັດສອງປະເທດແມ່ນທ່າແຮງທາງດ້ານການເມືອງໃຫຍ່ທີ່ສຸດ ແລະ ການຮັບປະກັນຂັ້ນພື້ນຖານຂອງການພັດທະນາສາຍພົວພັນລະຫວ່າງຈີນ-ຣັດເຊຍທີ່ມີຄຸນນະພາບສູງ. ພວກຂ້າພະເຈົ້າຍິນດີຮ່ວມກັບຣັດເຊຍສຸມໃສ່ຕິດຕາມການຜັນແປຂອງສະພາບການສາກົນ, ດຳເນີນການແລກປ່ຽນ ແລະ ການປະສານງານຢ່າງໃກ້ຊິດ, ເພີ່ມທະວີການປະສານງານຫຼາຍຝ່າຍ, ຮ່ວມກັນປົກປັກຮັກສາສະຖຽນລະພາບດ້ານຍຸດທະສາດໃນທົ່ວໂລກ.
ທ່ານ ເຊີເກ ຊອຍກູ ກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳປະເທດ ບຣິກສ ຢູ່ນະຄອນຄາຊານຂອງຣັດເຊຍໃນຫວ່າງມໍ່ໆມານີ້, ເຊິ່ງເປັນການສະໜັບສະໜູນອັນໃຫຍ່ຫຼວງທີ່ສຸດຕໍ່ຣັດເຊຍທີ່ເປັນ ປະເທດປະທານໝູນວຽນ, ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດຄາຊານ ແລະເພີ່ມທະວີການຮ່ວມມືລະຫວ່າງປະເທດເຂດໂລກໃຕ້. ຣັດເຊຍຍິນດີຮ່ວມກັບຈີນເພີ່ມທະວີການປະສານສົມທົບກັນຜ່ານກົນໄກຫຼາຍຝ່າຍ ຄື: ອົງການສະຫະປະຊາຊາດ, ອົງການຮ່ວມມືຊຽງໄຮ້ ແລະບຣິກສ ເປັນຕົ້ນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved