ນາຍົກສະໂລວັກເດັດດ່ຽວຄັດຄ້ານສະຫະພາບເອີຣົບເພີ່ມພາສີຕໍ່ລົດພະລັງງານໄຟຟ້າຂອງຈີນ
ສະໂລວັກແມ່ນປະເທດທີ່ມີຈຳນວນລົດຍົນສະເລ່ຍຕໍ່ຫົວຄົນຫຼາຍທີ່ສຸດຢູ່ໃນໂລກ. ຫວ່າງມໍ່ໆມານີ້, ທ່ານໂຣເບີດ ຟີໂກ ນາຍົກລັດຖະມົນຕີສະໂລວັກໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG. ໃນເວລາເວົ້າເຖິງສະຫະພາບເອີຣົບໄດ້ເພີ່ມພາສີຕໍ່ລົດພະລັງງານໄຟຟ້າຂອງຈີນ, ທ່ານໂຣເບີດ ຟີໂກ ກ່າວວ່າ: ພວກເຮົາເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.
ທ່ານໂຣເບີດ ຟີໂກ ກ່າວຕື່ມວ່າ: ສະໂລວັກບໍ່ພຽງແຕ່ຈະນຳເຂົ້າການຜະລິດລົດພະລັງງານໄຟຟ້າເທົ່ານັ້ນ, ຍັງຕ້ອງນຳເຂົ້າການຜະລິດແບັດເຕີຣີນຳອີກ, ເຊິ່ງມີຄວາມສຳຄັນຕໍ່ການພັດທະນາດ້ານລົດພະລັງງານໄຟຟ້າ. ຊາວເອີຣົບຈຳນວນຫຼາຍບໍ່ຍິນດີໃຫ້ຈີນລົງທຶນດ້ານການຜະລິດແບັດເຕີຣີຢູ່ສະໂລວັກ, ແຕ່ວ່າການລົງທຶນດັ່ງກ່າວແມ່ນມີຜົນດີຕໍ່ສະໂລວັກ ຈົນເຖິງທະວີບເອີຣົບ. ສະນັ້ນ, ຖ້າວ່າສະໂລວັກບໍ່ກຳໂອກາດໃຫ້ດີ ແລະ ບໍ່ຮ່ວມມືກັບຈີນ, ມັນຈະເປັນຂໍ້ຜິດພາດອັນໃຫຍ່ຫຼວງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved