ຈັດສັບປະດາກອງປະຊຸມສຸດຍອດເອເປັກຢູ່ນະຄອນຫຼວງຂອງເປຣູ
ວັນທີ 10 ພະຈິກນີ້,ສັບປະດາກອງປະຊຸມສຸດຍອດຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ ຫຼື ເອເປັກໄດ້ຈັດຂຶ້ນຢູ່ນະຄອນຫຼວງລີມາຂອງເປຣູ. ຫົວໜ້າລັດຖະບານ ເຈົ້າໜ້າທີ່ຂັ້ນສູງ ຜູ້ຕາງໜ້າວິສາຫະກິດເອກະຊົນ ຜູ້ຊ່ຽນຊານນັກວິຊາການ ແລະ ຜູ້ຕາງໜ້າສື່ມວນຊົນທີ່ມາຈາກກຸ່ມເສດຖະກິດ 21 ແຫ່ງຢູ່ພາກພື້ນອາຊີ-ປາຊິຟິກຈະຮ່ວມກອງປະຊຸມ.ສ່ວນກອງປະຊຸມຜູ້ນຳເສດຖະກິດເອເປັກຄັ້ງທີ 31 ຈະຈັດຂຶ້ນໃນວັນທີ 16 ພະຈິກນີ້.
ກອງປະຊຸມເອເປັກຄັ້ງນີ້ຈະລົງເລິກເປິກສາຫາລືບັນຫາຕ່າງໆ ເຊັ່ນ:ເພີ່ມທະວີການຄ້າແບບເປີດປະຕູ ເສລີ ແລະ ກວມລວມ, ຊຸກຍູ້ການເຕີບໂຕດ້ານເສດຖະກິດແບບຍືນຍົງເຊິ່ງລວມທັງພາກສ່ວນຕ່າງໆທາງສັງຄົມ,ຊຸກຍູ້ການປ່ຽນແປງດ້ານພະລັງງານທົ່ວໂລກ, ການເຄື່ອນໄຫວດ້ານເສດຖະກິດປັດສະຈາກກາກບອນ, ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ແລະອື່ນໆ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ