ເລີ່ມອອກອາກາດລາຍການຮູບເງົາແລະໂທລະພາບທີ່ດີເດັ່ນຂອງ CMG ຢູ່ບຣາຊິນ
ເນື່ອງໃນໂອກາດທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຣີໂອເດີຈາເນໂຣຂອງບຣາຊິນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 20 ປະເທດ ຫຼື G20 ຄັ້ງທີ 19 ແລະຢ້ຽມຢາມບຣາຊິນທາງລັດຖະກິດ, ຫວ່າງບໍ່ດົນມານີ້, ກິດຈະກຳອອກອາກາດລາຍການຮູບເງົາແລະໂທລະພາບທີ່ດີເດັ່ນຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ບຣາຊິນໄດ້ເລີ່ມດຳເນີນຢູ່ນະຄອນຊາວ ພາວໂລຂອງບຣາຊິນ. ລາຍການຮູບເງົາແລະໂທລະພາບທີ່ດີເດັ່ນຂອງ CMG 20 ກວ່າເລື່ອງເຊິ່ງລວມທັງລາຍການ“ເລື່ອງລາວຂອງທ່ານສີຈິ້ນຜິງ”ແລະອື່ນໆໄດ້ເລີ່ມອອກອາກາດພ້ອມກັນຜ່ານສື່ມວນຊົນຫຼັກ 10 ກວ່າແຫ່ງຂອງທ້ອງຖິ່ນ.
ທ່ານເຊິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳປາໄສຜ່ານທາງວິດີໂອ. ທ່ານຢູຍເພີງ ກົງສຸນໃຫຍ່ຈີນປະຈຳຊາວ ພາວໂລ ພ້ອມດ້ວຍຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງສື່ມວນຊົນຕ່າງໆບຣາຊິນໄດ້ເຂົ້າຮ່ວມກິດຈະກຳແລະກ່າວຄວາມເຫັນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved