ພາສາລາວ

ຈຸດຢືນຂອງຈີນເຮັດໃຫ້ “ເຂດໂລກໃຕ້” ມີສຽງດັງກ້ອງກວ່າເກົ່າ

CRI2024-10-26 15:13:04
Share
Share this with Close
Messenger Pinterest LinkedIn

ວັນທີ 24 ຕຸລານີ້ ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມສຸດຍອດ “ບຣິກສ +” ໂດຍໄດ້ໃຫ້ການບັນຍາຍຢ່າງເລິກເຊິ່ງ ທີ່ມີຄຳສຳຄັນຕ່າງໆ ເຊັ່ນ: “ສັນຕິພາບ” “ການພັດທະນາ” ແລະ “ອະລິຍະທຳ”. ສິ່ງນີ້ໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ ຈີນແມ່ນເອົາໃຈໃສ່ “ເຂດໂລກໃຕ້” ແລະ ປັກຮາກປັກໂຄນຢູ່ກັບ “ເຂດໂລກໃຕ້” ຢ່າງສະເໝີຕົ້ນສະເໝີປາຍ. ໃນການກ່າວຄຳປາໄສ, ທ່ານສີຈິ້ນຜິງໄດ້ສະເໜີຈຸດຢືນ 3 ຂໍ້ ຄື: ຍຶດໝັ້ນສັນຕິພາບ ບັນລຸຄວາມໝັ້ນຄົງຮ່ວມກັນ; ຟື້ນຟູການພັດທະນາ ເພື່ອບັນລຸຄວາມຈະເລີນຮຸ່ງເຮືອງຢ່າງທົ່ວເຖິງ; ພັດທະນາອະລິຍະທຳໃຫ້ຈະເລີນຮຸ່ງເຮືອງພ້ອມກັນ, ບັນລຸຄວາມປອງດອງກົມກຽວແບບຫຼາຍເຄົ້າ. ນອກນີ້, ທ່ານສີຈິ້ນຜິງຍັງໄດ້ແຈ້ງສະພາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ, ຂໍ້ລິເລີ່ມການພັດທະນາຂອງໂລກ ແລະ ຂໍ້ລິເລີ່ມອະລິຍະທຳຂອງໂລກ; ໄດ້ປະກາດມາດຕະການຕ່າງໆທີ່ຈີນຈະນຳໃຊ້ເພື່ອຊຸກຍູ້ການພັດທະນາຂອງ “ເຂດໂລກໃຕ້” ເຊິ່ງພາໃຫ້ປະຊາຄົມໂລກສະແດງຄວາມເຫັນຢ່າງຫຼວງຫຼາຍ.

ໃນຖານະເປັນປະເທດພວມພັດທະນາໃຫຍ່ທີ່ສຸດໃນໂລກ, ຈີນເປັນສະມາຊິກທີ່ມີຫຼັກໝັ້ນຢ່າງເດັດດ່ຽວໜຽວແໜ້ນຢ່າງສະເໝີຕົ້ນສະເໝີປາຍໃນ “ເຂດໂລກໃຕ້”, ຊຸກຍູ້ການພັດທະນາພ້ອມກັນຂອງ “ເຂດໂລກໃຕ້”, ພ້ອມທັງສະແດງແນວຄວາມຄິດໃໝ່ ແລະ ກຳລັງແຮງອັນໃໝ່ໃຫ້ແກ່ການຮັບມືກັບສິ່ງທ້າທາຍຮ່ວມກັນຂອງມວນມະນຸດ. ປັດຈຸບັນນີ້, ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກໄດ້ຮັບຜົນງານທີ່ສຳຄັນໃນຂົງເຂດຮັກສາສະຖຽນລະພາບຂອງພາກພື້ນ ແລະ ຂົງເຂດອື່ນໆ; ນັບແຕ່ການສະເໜີຂໍ້ລິເລີ່ມການພັດທະນາຂອງໂລກເປັນເວລາ 3 ປີຜ່ານມາ, ໄດ້ລະດົມກອງທຶນພັດທະນາເກືອບ 20 ຕື້ໂດລາ, ດຳເນີນ 1.100 ກວ່າໂຄງການ, ມີ 80 ກວ່າປະເທດເຂົ້າຮ່ວມ “ໜ່ວຍງານເພື່ອນມິດແຫ່ງຂໍ້ລິເລີ່ມການພັດທະນາຂອງໂລກ”; ຂໍ້ລິເລີ່ມອະລິຍະທຳຂອງໂລກໄດ້ຊຸກຍູ້ການສ້າງສວນດອກໄມ້ທີ່ເຊື່ອມໂຍງອະລິຍະທຳທີ່ດີງາມຂອງໂລກ.

ການຫັນເປັນທັນສະໄໝເປັນຄວາມປາດຖະໜາຮ່ວມຂອງຄົນທັງຫຼາຍ. ປະເທດສະມາຊິກໃນ “ເຂດໂລກໃຕ້” ຮ່ວມກັນກ້າວໄປສູ່ຄວາມທັນສະໄໝເປັນເຫດການສຳຄັນໃນປະຫວັດສາດໂລກ ແລະກໍເປັນເຫດການຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນຂະບວນວິວັດຂອງອະລິຍະທຳມະນຸດ. ການເຮັດໃຫ້ຜົນງານແຫ່ງການຫັນເປັນທັນສະໄໝມີປະໂຫຍດແກ່ທຸກປະເທດ ແລະ ທຸກໆຄົນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເປັນທິດທາງແຫ່ງຄວາມພະຍາຍາມຂອງຈີນ ແລະກໍເປັນເປົ້າໝາຍແຫ່ງຄວາມສາມັກຄີ ແລະ ການຮ່ວມມືຂອງ “ເຂດໂລກໃຕ້”.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

123全文 3 下一页

Share this story on

Messenger Pinterest LinkedIn