ພາສາລາວ

ໄຂງານວາງສະແດງຮູບພາບເພື່ອສະຫຼອງຈີນ-ຣັດເຊຍສ້າງສາຍພົວພັນທາງການທູດຄົບຮອບ 75 ປີຢູ່ນະຄອນຄາຊານຂອງຣັດເຊຍ

CRI2024-10-21 11:06:41
Share
Share this with Close
Messenger Pinterest LinkedIn

ວັນທີ 19 ຕຸລານີ້, ງານວາງສະແດງຮູບພາບເພື່ອສະຫຼອງຈີນ-ຣັດເຊຍສ້າງສາຍພົວພັນທາງການທູດຄົບຮອບ 75 ປີໄດ້ໄຂຂຶ້ນຢູ່ນະຄອນຄາຊານ ເທດສະບານລັດຕາຕາສະຕັນຂອງຣັດເຊຍ.

ປີນີ້ແມ່ນປີທີ່ຈີນ-ຣັດເຊຍສ້າງສາຍພົວພັນທາງການທູດຄົບຮອບ 75 ປີ, ຍັງແມ່ນ“ປີວັດທະນະທຳຈີນ-ຣັດເຊຍ”ອີກດ້ວຍ. ງານວາງສະແດງຮູບພາບຄັ້ງນີ້ໄດ້ເລືອກເອົາຮູບພາບຈຳນວນ 36 ແຜ່ນຈາກຂ່າວສານຊີ່ນຮວາຂອງຈີນ ເຊິ່ງສະແດງໃຫ້ເຫັນຜົນສຳເລັດອັນອຸດົມສົມບູນທີ່ໄດ້ຮັບໃນການໄປມາຫາສູ່ກັນຢ່າງແໜ້ນແຟ້ນ ການຮ່ວມມືແບບລົງສູ່ລວງເລິກລະຫວ່າງສອງຝ່າຍໃນໄລຍະ 75 ປີທີ່ຜ່ານມານັບແຕ່ຈີນ-ຣັດເຊຍສ້າງສາຍພົວພັນທາງການທູດນຳກັນເປັນຕົ້ນມາຈາກຫຼາຍມູມ ເຊັ່ນ: ວັດທະນະທຳ ເສດຖະກິດການຄ້າ ວິທະຍາສາດເຕັກໂນໂລຊີ ແລະອື່ນໆ.

ງານວາງສະແດງຮູບພາບຄັ້ງນີ້ຈະດຳເນີນໄປຮອດວັນທີ 5 ພະຈິກປີນີ້ຈຶ່ງຈະສຳເລັດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

123全文 3 下一页

Share this story on

Messenger Pinterest LinkedIn