ພາສາລາວ

ສ ເກົາຫຼີ: ຈຸດຢືນຂອງສປປ ເກົາຫຼີຝ່າຍດຽວບໍ່ມີຄຸນຄ່າດ້ານການຢືນຢັນ ແລະ ຕອບໂຕ້

cri2024-10-20 16:09:42
Share
Share this with Close
Messenger Pinterest LinkedIn

ແນໃສ່ເລື່ອງທີ່ ສປປ ເກົາຫຼີປະກາດວ່າ: ເຮືອບິນບໍ່ມີຄົນຂັບທີ່ບິນເຂົ້ານະຄອນຫຼວງພຽງຢາງນັ້ນແມ່ນຂອງກອງທັບ ສ ເກົາຫຼີ, ວັນທີ 19 ຕຸລານີ້, ກະຊວງປ້ອງກັນປະເທດ ສ ເກົາຫຼີກ່າວວ່າ: ຈຸດຢືນຂອງ ສປປ ເກົາຫຼີຝ່າຍດຽວບໍ່ມີຄຸນຄ່າດ້ານການຢືນຢັນ ແລະ ຕອບໂຕ້.

ວັນທີ 11 ຕຸລານີ້, ກະຊວງການຕ່າງປະເທດ ສປປ ເກົາຫຼີອອກຖະແຫຼງການ, ໂດຍໄດ້ກ່າວປະນາມຕໍ່ເຮືອບິນບໍ່ມີຄົນຂັບຂອງ ສ ເກົາຫຼີທີ່ລ່ວງລ້ຳນ່ານຟ້າ ສປປ ເກົາຫຼີ ແລະ ກ່າວວ່ານີ້ເປັນການກະທຳອາຊະຍາກຳທີ່ໜັກໜ່ວງ. ມື້ດຽວກັນ, ທ່ານ ກິມຢົງຮວຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ສ ເກົາຫຼີກ່າວວ່າ: ກອງທັບຂອງ ສ ເກົາຫຼີບໍ່ໄດ້ສົ່ງເຮືອບິນບໍ່ມີຄົນຂັບໄປສູ່ ສປປ ເກົາຫຼີ. ວັນທີ 18 ຕຸລານີ້, ໂຄສົກກະຊວງປ້ອງກັນປະເທດ ສປປ ເກົາຫຼີກ່າວວ່າ: ໂດຍຜ່ານຫຼັກຖານທີີ່ມີລັກສະນະຕັດສິນຊີ້ຂາດ, ສປປ ເກົາຫຼີຢືນຢັນວ່າເລື່ອງເຮືອບິນບໍ່ມີຄົນຂັບທີ່ບິນເຂົ້ານະຄອນຫຼວງພຽງຢາງນັ້ນແມ່ນກອງທັບຂອງ ສ ເກົາຫຼີເປັນຝ່າຍກໍ່ຂຶ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn