ພາສາລາວ

ທ່ານປູຕິນກວ່າວ່າ:ການພົວພັນຣັດເຊຍ-ຈີນແມ່ນສ້າງຕັ້ງຂຶ້ນບົນພື້ນຖານທີ່ຮັບຟັງ ແລະ ເຄົາລົບເຊິ່ງກັນແລະກັນ

CRI2024-10-20 12:00:51
Share
Share this with Close
Messenger Pinterest LinkedIn

ກອງປະຊຸມສຸດຍອດປະເທດບຣິກສ໌ຄັ້ງທີ 16 ຈະຈັດຂຶ້ນຢູ່ນະຄອນຄາຊານຂອງຣັດເຊຍລະຫວ່າງວັນທີ 22 ຫາ 24 ຕຸລານີ້. ວັນທີ 18 ຕຸລານີ້, ໃນເວລາພົບປະກັບຜູ້ຕາງໜ້າສື່ມວນຊົນສຳຄັນຂອງປະເທດບຣິກສ໌ຢູ່ນະຄອນຫຼວງມົສກູ ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ຕອບຄຳຖາມຂອງນັກຂ່າວວິທະຍາໂທລະພາບສູນກາງຈີນຫຼື CMG. ທ່ານກ່າວວ່າ: ການພົວພັນຣັດເຊຍ-ຈີນແມ່ນສ້າງຕັ້ງຂຶ້ນບົນພື້ນຖານທີ່ຮັບຟັງ ແລະ ເຄົາລົບເຊິ່ງກັນແລະກັນ. ໃນການຮ່ວມມືລະຫວ່າງສອງປະເທດ, ນີ້ບໍ່ພຽງແຕ່ແມ່ນຄວາມຮັບຮູ້ທີ່ເປັນເອກະພາບກັນເທົ່ານັ້ນ ທັງແມ່ນການກະທຳທີ່ເປັນຮູບປະທຳນຳອີກ.

CGTN ຂອງວິທະຍຸໂທລະພາບສູນກາງຈີນແມ່ນສື່ມວນຊົນຈີນພຽງແຫ່ງດຽວທີ່ເຂົ້າຮ່ວມງານສົນທະນາລະຫວ່າງທ່ານປູຕິນ ກັບ ສື່ມວນຊົນສຳຄັນປະເທດບຣິກສ໌.

ເມື່ອເວົ້າເຖິງຍຸດທະສາດຂອງອາເມຣິກາທີ່ສະກັດກັ້ນຕໍ່ຈີນ, ທ່ານປູຕິນກ່າວວ່າ: ອາເມຣິກາບໍ່ສາມາດສະກັດກັ້ນການພັດທະນາຂອງຈີນໄດ້. ການສະກັດກັ້ນການພັດທະນາຂອງຈີນຍັງຈະສ້າງຜົນກະທົບທາງລົບຕໍ່ເສດຖະກິດອາເມຣິກາ, ຖ້າສືບຕໍ່ເດີນຕາມເສັ້ນທາງສາຍນີ້, ອາເມຣິກາຈະເສຍກຳລັງແຂ່ງຂັນໃນຂົງເຂດຕ່າງໆໂດຍທົ່ວໄປ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn