ພາສາລາວ

ປະຊາຊົນເຂດກາຊາຂາດແຄນສະບຽງອາຫານຢ່າງໜັກໜ່ວງ ອິດສະຣາແອນມີແຜນຕັດຂາດການສະໜອງສະບຽງອາຫານໃຫ້ເຂດກາຊາຕື່ມອີກ

cri2024-10-17 17:17:52
Share
Share this with Close
Messenger Pinterest LinkedIn

ວັນທີ 16 ຕຸລາແມ່ນວັນສະບຽງອາຫານໂລກ, ແຕ່ປະຊາຊົນຢູ່ເຂດກາຊາພວມມີຄວາມເດືອດຮ້ອນຍ້ອນຂາດແຄນສະບຽງອາຫານ. ເລື່ອງທີ່ຮ້າຍແຮງໄປກວ່ານັ້ນຄື: ອິດສະຣາແອນພວມພິຈາລະນາແຜນການສະບັບໃໝ່, ອີງຕາມແຜນການສະບັບນີ້, ກອງທັບອິດສະຣາແອນຈະບັງຄັບໃຫ້ຊາວປາແລັດສະຕີນອົບພະຍົບຈາກບໍລິເວນທີ່ກໍານົດຢູ່ທາງພາກເໜືອຂອງເຂດກາຊາ, ຫຼັງຈາກນັ້ນຈະປະກາດໃຫ້ບໍລິເວນດັ່ງກ່າວເປັນເຂດຫ້າມທາງການທະຫານ. ຜູ້ທີ່ບໍ່ຍອມອອກຈາກບໍລິເວນນັ້ນແມ່ນຖືເປັນນັກຮົບ, ຈະຕັດຂາດການສະໜອງສະບຽງອາຫານ, ນ້ຳ ແລະ ຢາໃຫ້ແກ່ເຂົາເຈົ້າ.

ປັດຈຸບັນນີ້, ພື້ນຖານໂຄງລ່າງດ້ານກະສິກຳກວມເຖິງ 96% ຢູ່ເຂດກາຊາແມ່ນຖືກທຳລາຍ, ເປັນການຫຼຸດຜ່ອນຄວາມສາມາດດ້ານການຜະລິດສະບຽງອາຫານຂອງທ້ອງຖິ່ນຢ່າງຫຼວງຫຼາຍ. ຍ້ອນການເຄື່ອນໄຫວດ້ານການທະຫານ ແລະ ການປິດລ້ອມຂອງກອງທັບອິດສະຣາແອນ, ຊ່ອງທາງຕົ້ນຕໍທີ່ເຂົ້າສູ່ພາກເໜືອເຂດກາຊາແມ່ນຖືກປິດເກືອບໝົດແລ້ວ, ນັບແຕ່ວັນທີ 1 ຕຸລານີ້ເປັນຕົ້ນມາ, ບໍ່ມີການຊ່ວຍເຫຼືອດ້ານສະບຽງອາຫານເຂົ້າສູ່ພາກເໜືອເຂດກາຊາເລີຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn