ນາຍົກເຢຍລະມັນຕຳໜິສະຫະພາບເອີລົບເພີ່ມການເກັບພາສີຕໍ່ລົດພະລັງງານໄຟຟ້າຂອງຈີນອີກເທື່ອໜຶ່ງ
ວັນທີ 16 ຕຸລານີ້, ໃນເວລາກ່າວຄຳເຫັນຢູ່ລັດຖະສະພາເຢຍລະມັນ, ທ່ານໂອລາຟ ໂຊສ ນາຍົກລັດຖະມົນຕີເຢຍລະມັນໄດ້ຕຳໜິນະໂຍບາຍຂອງສະຫະພາບເອີລົບກ່ຽວກັບການເພີ່ມການເກັບພາສີຕໍ່ລົດພະລັງງານໄຟຟ້າຂອງຈີນຢ່າງຊັດເຈນ, ທ່ານກ່າວວ່າ 17 ປະເທດພາຍໃນສະຫະພາບເອີລົບບໍ່ໄດ້ສະໜັບສະໜູນນະໂຍບາຍດັ່ງກ່າວ,ບໍລິສັດຜະລິດລົດຍົນສ່ວນຫຼາຍຂອງສະຫະພາບເອີລົບກໍ່ຄັດຄ້ານນະໂຍບາຍນີ້ເຊັ່ນດຽວກັນ.
ທ່ານໂອລາຟ ໂຊສກ່າວຕື່ມວ່າ,ໃນມໍ່ໆນີ້ ທ່ານຈະເຊີນຜູ້ນຳສະມາຄົມ ແລະ ກຳມະບານຈາກຂະແໜງການຕ່າງໆຢູ່ພາຍໃນປະເທດເຂົ້າມາ ຫາລືແລະ ສ້າງນະໂຍບາຍອຸດສາຫະກຳສະບັບໃໝ່ ເພື່ອເຮັດໃຫ້ອຸດສາຫະກຳເຢຍລະມັນຈະເລີນເຕີບໂຕຄືນໃໝ່.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”