ພາສາລາວ

ຖ້ຽວບິນໜຶ່ງຂອງອິນເດຍຖືກຂົ່ມວາງລະເບີດ

CRI2024-10-16 14:43:43
Share
Share this with Close
Messenger Pinterest LinkedIn

ວັນທີ 15 ຕຸລານີ້, ບໍລິສັດຂົນສົ່ງດ່ວນຂອງບໍລິສັດການບິນອິນເດຍໄດ້ຮັບອີເມວໜຶ່ງທີ່ມີຂໍ້ຄວາມລະບຸວ່າ: ຢູ່ເທິງຖ້ຽວບິນໜຶ່ງທີ່ບິນໄປສິງກະໂປມີລະເບີດ.

ຫຼັງຈາກໄດ້ຮັບແຈ້ງແລ້ວ,ຍົນສູ້ຮົບ F-15SG ສອງລຳຂອງກອງທັບອາກາດສິງກະໂປໄດ້ບິນຂຶ້ນຢ່າງຮີບດ່ວນ ເພື່ອປ້ອງກັນບໍ່ໃຫ້ຍົນລຳດັ່ງກ່າວບິນເຂົ້າມາເຂດທີ່ມີປະຊາກອນຫຼາຍ. ຍົນລຳດັ່ງກ່າວໄດ້ລົງຈອດຢູ່ສະໜາມບິນຊາງງິສິງກະໂປຢ່າງປອດໄພໃນຕອນຄ່ຳມື້ດຽວກັນ.

ບໍລິສັດການບິນອິນເດຍແຈ້ງໃຫ້ຮູ້ວ່າ: ໃນບໍ່ເທົ່າໃດມື້ມານີ້,ບໍລິສັດຕົນ ແລະ ບໍລິສັດການບິນອື່ນໆຂອງອິນເດຍໄດ້ຮັບຂໍ້ຄວາມຂົ່ມຂູ່ຕ່າງໆ, ຈົນມາຮອດປັດຈຸບັນການຂົ່ມຂູ່ທັງໝົດແມ່ນບໍ່ເປັນຄວາມຈິງ. ບໍລິສັດການບິນອິນເດຍກຳລັງປະສານງານກັບພາກສ່ວນທີ່ກ່ຽວຂ້ອງເພື່ອຊອກຫາຜູ້ສ້າງເລື່ອງຂົ່ມຂູ່ເທື່ອນີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn