ພາສາລາວ

ກອງທັບ ສ ເກົາຫຼີ: ສປປ ເກົາຫຼີໄດ້ທຳລາຍເສັ້ນທາງເຊື່ອມຕໍ່ ສ ເກົາຫຼີ ແລະ ສປປ ເກົາຫຼີດ້ວຍລະເບີດ

cri2024-10-15 16:34:23
Share
Share this with Close
Messenger Pinterest LinkedIn

ວັນທີ 15 ຕຸລານີ້, ກອງທັບ ສ ເກົາຫຼີລາຍງານໃຫ້ຮູ້ວ່າ: ເວລາປະມານ 12 ໂມງຂອງມື້ດຽວກັນ, ສປປ ເກົາຫຼີໄດ້ທຳລາຍເສັ້ນທາງສ່ວນໜຶ່ງທີ່ເຊື່ອມຕໍ່ ສ ເກົາຫຼີ ແລະ ສປປ ເກົາຫຼີດ້ວຍລະເບີດຢູ່ທິດເໜືອຂອງເສັ້ນຊາຍແດນທາງການທະຫານລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ. ຫຼັງຈາກ ສປປ ເກົາຫຼີໄດ້ທຳລາຍເສັ້ນທາງທີ່ກ່ຽວຂ້ອງແລ້ວ, ທະຫານ ສ ເກົາຫຼີໄດ້ຍິງປືນເພື່ອແຈ້ງເຕືອນ.

ທ່ານນາງ ກິມໂຢຈອງ ຮອງປະທານຄະນະກຳມະການສູນກາງພັກແຮງງານ ເກົາຫຼີກ່າວໃນວັນທີ 14 ຕຸລານີ້ວ່າ: ເຫດການລ່ວງລ້ຳນ່ານຟ້າ ສປປ ເກົາຫຼີ ແລະ ແຈກຢາຍໃບປິວຕໍ່ຕ້ານ ສປປ ເກົາຫຼີດ້ວຍເຮືອບິນບໍ່ມີຄົນຂັບທີ່ເກີດຂຶ້ນໃນຫວ່າງມໍ່ໆມານີ້ແມ່ນນຳພາໂດຍກອງທັບ ສ ເກົາຫຼີ, ໂດຍໄດ້ລ່ວງລ້ຳອະທິປະໄຕຂອງ ສປປ ເກົາຫຼີຢ່າງໜັກໜ່ວງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn