ພາສາລາວ

ຈັດກິດຈະກຳແລກປ່ຽນວັດທະນະທຳເພື່ອສະຫຼອງຈີນ ກັບ ອີຕາລີສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 20 ປີຢູ່ນະຄອນມິລານ

CRI2024-10-15 11:35:16
Share
Share this with Close
Messenger Pinterest LinkedIn

ວັນທີ 14 ຕຸລານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດກິດຈະກຳແລກປ່ຽນວັດທະນະທຳເພື່ອສະຫຼອງຈີນ ກັບ ອີຕາລີສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 20 ປີຢູ່ນະຄອນມິລານ, ໂດຍໄດ້ເລິ່ມຜະລິດລາຍການໂທລະພາບ ແລະ ອິນເຕີເນັດທີ່ຈີນ ກັບ ອີຕາລີຮ່ວມກັນຈັດເປັນຈຳນວນຫຼາຍ ແລະ ດຳເນີນການຮ່ວມມືກັບສື່ມວນຊົນຫຼາຍແຫ່ງຂອງອີຕາລີ.

ທ່ານນາງດານີເນຍລາ ຊານທານເຊ ລັດຖະມົນຕີກະຊວງການທ່ອງທ່ຽວອີຕາລີກ່າວວ່າ: ປີ 2024 ແມ່ນສອງປະເທດອີຕາລີ ກັບ ຈີນສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 20 ປີ, ອີຕາລີຈະປັບປຸງສາຍພົວພັນ

ຄູ່ຮ່ວມກັບຈີນໃຫ້ໝັ້ນຄົງຢ່າງບໍ່ຢຸດຢັ້ງ. ອີຕາລີ ກັບ ຈີນເພີ່ມທະວີການສົນທະນາ ແລະ ຮ່ວມມືກັນແມ່ນ ສອດຄ່ອງກັບຜົນປະໂຫຍດຄວາມໝັ້ນຄົງ ແລະ ການພັດທະນາຂອງສອງປະເທດ ພາກພື້ນ ຈົນເຖິງຂອງໂລກ.

ທ່ານນາງຊີງໂປ໋ ຮອງຜູ້ອຳນວຍການໃຫຍ່ CMG ກ່າວວ່າ: ພວກເຮົາຈະສືບຕໍ່ລົງເລິກການຮ່ວມມືລະຫວ່າງສື່ມວນຊົນຈີນ ກັບ ອີຕາລີ, ຊຸກຍູ້ໃຫ້ຈີນ ກັບ ອີຕາລີແລກປ່ຽນອະລິຍະທຳຢ່າງເລິກເຊິ່ງເພື່ອໃຫ້ມິດຕະພາບລະຫວ່າງສອງປະເທດອອກດອກເບັ່ງບານສວຍງາມກວ່າເກົ່າ.

1234全文 4 下一页

Share this story on

Messenger Pinterest LinkedIn