ພາສາລາວ

ອົງການ FAO ຮຽກຮ້ອງໃຫ້ຈັດຕັ້ງປະຕິບັດ“ສິດອາຫານ”

cri2024-10-14 16:20:58
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດວັນທັນຍາຫານໂລກທີ 16 ຕຸລາໃກ້ຈະໝູນວຽນມາເຖິງ, ທ່ານ ຊວີ່ຕົ່ງຢວີ້ ຜູ້ອຳນວຍການອົງການອາຫານແລະການກະເສດແຫ່ງອົງການສະຫະປະຊາຊາດ ຫຼື FAO ໄດ້ພິມບົດຄວາມລົງນາມ ໂດຍຮຽກຮ້ອງໃຫ້ທົ່ວໂລກຈົ່ງນຳໃຊ້ການເຄື່ອນໄຫວຕົວຈິງ, ຈັດຕັ້ງປະຕິບັດ“ສິດອາຫານ”ຢ່າງຮອບດ້ານ, ສ້າງສະພາບການລະບົບອາຫານທີ່ມີຜົນດີຕໍ່ສຸຂະພາບ, ມີທາດບຳລຸງ ແລະສາມາດຊື້ໄດ້.

ເນື້ອໃນບົດຄວາມຂອງທ່ານຊວີ່ຕົ່ງຢວີ້ຊີ້ອອກວ່າ: ການມີອາຫານທີ່ພຽງພໍແມ່ນສິດທິມະນຸດຂັ້ນພື້ນຖານຂອງທຸກຄົນທີ່ຕັດຖິ້ມບໍ່ໄດ້. ປັດຈຸບັນ, ຍອດຈຳນວນການຜະລິດທັນຍາຫານໃນທົ່ວໂລກສາມາດລ້ຽງປະຊາກອນໃນທົ່ວໂລກໄດ້. ແຕ່ຖ້າສັງເກດເບິ່ງໂລກແລ້ວ, ມີການປະທະກັນແລະຄວາມປັ່ນປ່ວນເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ທັງເກີດໄພທຳມະຊາດດ້ານດິນຟ້າອາກາດທີ່ຮຸນແຮງຢູ່ເລື້ອຍໆ, ສະພາບຄວາມບໍ່ສະເໝີພາບກໍຄົງຕົວຢູ່ເປັນເວລາດົນນານ, ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ປະຊາກອນປະມານ 730 ລ້ານຄົນຕົກຢູ່ໃນສະພາບອຶດຫີວມາໂດຍຕະຫຼອດ.

ທ່ານຊວີ່ຕົ່ງຢວີ້ເນັ້ນໜັກວ່າ: ຄວນກຳນົດສິດອາຫານເປັນສິດທິມະນຸດຂັ້ນພື້ນຖານ, ລັດຖະບານແລະວົງການຕ່າງໆໃນສັງຄົມບັນດາປະເທດຕ້ອງແບກຫາບໜ້າທີ່ຄວາມຮັບຜິດຊອບແລະພັນທະຂອງຕົນຢ່າງຈະແຈ້ງ, ເພື່ອທຳຄວາມພະຍາຍາມຮ່ວມກັນແນໃສ່ບັນລຸສິດທີ່ສູງສົ່ງດັ່ງກ່າວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn