ພາສາລາວ

ເລຂາທິການໃຫຍ່ສປຊ:ອິດສະຣາແອນໂຈມຕີກອງທະຫານຊົ່ວຄາວຂອງສປຊປະຈຳລີງບັງອາດເປັນການກໍ່ອາດຊະຍາກຳສົງຄາມ

CRI2024-10-14 11:50:38
Share
Share this with Close
Messenger Pinterest LinkedIn

ວັນທີ 13 ຕຸລານີ້, ອົງການສະຫະປະຊາຊາດ ຫຼື ສປຊ ໄດ້ອອກຖະແຫຼງການກ່ຽວກັບກອງທະຫານຊົ່ວຄາວຂອງປະຈຳລີບັງ. ເນື້ອໃນຖະແຫຼງຂ່າວລະບຸວ່າ: ໃນເຫດການທີ່ໜ້າເປັນຫ່ວງຢ່າງເລິກເຊິ່ງທີ່ເກີດຂຶ້ນໃນວັນທີ 13 ຕຸລານີ້, ລົດຫຸ້ມເກາະຂອງກອງອິດສະຣາແອນມີເຈຕະນາບຸກເຂົ້າໄປມ້າງເພປະຕູທາງເຂົ້າບ່ອນປະຈຳການຂອງກອງທະຫານຊົ່ວຄາວອົງການສປຊ. ທ່ານອັນໂຕນີໂອ ກູເຕີເຣັດ ເລຂາທິການໃຫຍ່ອົງການສປຊກ່າວຢ້ຳວ່າ:ຕ້ອງຮັບປະກັນຄວາມປອດໄພຂອງບຸກຄະລາກອນ ແລະ ຊັບສິນຂອງພະນັກງານອົງການສປຊ, ຕ້ອງເຄົາລົບລັກສະນະທີ່ລະເມີດບໍ່ໄດ້ບ່ອນປະຈຳການຂອງກອງທະຫານອົງການສປຊໂດຍບໍ່ມີເງື່ອນໄຂໃດໆຢ່າງສະເໝີຕົ້ນສະເໝີປາຍ.

ທ່ານ ກູເຕີເຣັດເນັ້ນໜັກວ່າ: ເດັດດ່ຽວບໍ່ສາມາດເຮັດໃຫ້ທະຫານຫຼື ບ່ອນປະຈຳການຂອງກອງທະຫານຊົ່ວຄາວອົງການສປຊປະຈຳລີບັງກາຍເປັນເປົ້າໝາຍໂຈມຕີ,ການໂຈມຕີບຸກຄົນຮັກສາສັນຕິພາບໄດ້ລະເມີດກົດໝາຍສາກົນ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ, ການກະທຳແບບນີ້ອາດເປັນການກໍ່ອາດຊະຍາກຳສົງຄາມ. ທ່ານກູເຕີເຣັດຮຽກຮ້ອງໃຫ້ຝ່າຍຕ່າງໆ ເຊິ່ງລວມທັງກອງທັບອິດສະຣາແອນຢ່າໃຊ້ເຄື່ອນໄຫວໃດໆທີ່ເຮັດໃຫ້ບຸກຄົນຮັກສາສັນຕິພາບຂອງອົງການສະຫະປະຊາຊາດຕົກຢູ່ໃນຄວາມອັນຕະລາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

123全文 3 下一页

Share this story on

Messenger Pinterest LinkedIn