ພາສາລາວ

ທ່ານ ຫຼີສຽງ ພົບປະກັບນາຍົກລັດຖະມົນຕີອົດສະຕາລີ

cri2024-10-11 11:14:45
Share
Share this with Close
Messenger Pinterest LinkedIn

ວັນທີ 10 ຕຸລາ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບທ່ານ ອັນໂຕນີ ອານບານີສ ນາຍົກລັດຖະມົນຕີອົດສະຕຣາລີ ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳການຮ່ວມມືອາຊຽນທີ່ນະຄອນຫຼວງວຽງຈັນ.

ທ່ານ ຫຼີສຽງ ກ່າວວ່າ, ປັດຈຸບັນ ສາຍພົວພັນລະຫວ່າງຈີນ-ອົດສະຕຣາລີ ຍັງຄົງພັດທະນາໄປໃນທິດທາງທີ່ດີໂດຍລວມ, ການສົນທະນາ ແລະ ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດມີຄວາມຄືບໜ້າຢ່າງໝັ້ນທ່ຽງ, ການແລກປ່ຽນລະຫວ່າງທ້ອງຖິ່ນ ແລະ ປະຊາຊົນມີຄວາມຟົດຟື້ນຫຼາຍຂຶ້ນກວ່າເກົ່າ. ຝ່າຍຈີນຍິນດີທີ່ຈະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນຕື່ມອີກກັບຝ່າຍອົດສະຕຣາລີ, ສືບຕໍ່ກ້າວໄປຂ້າງໜ້າພ້ອມກັນ, ສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອົດສະຕຣາລີ ທີ່ສຸກງອມ, ໝັ້ນຄົງ ແລະ ມີຜົນຫຼາຍຂຶ້ນ, ເພື່ອນຳຜົນປະໂຫຍດທີ່ດີກວ່າມາສູ່ປະຊາຊົນຂອງທັງສອງປະເທດ ແລະ ປະກອບສ່ວນທີ່ໃຫຍ່ກວ່າເກົ່າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ.

ທ່ານ ຫຼີສຽງ ຊີ້ໃຫ້ເຫັນວ່າ, ທາດແທ້ຂອງສາຍພົວພັນຈີນ-ອົດສະຕຣາລີ ແມ່ນຕ່າງຝ່າຍຕ່າງໄດ້ຮັບປະໂຫຍດ ແລະ ໄດ້ຮັບໄຊຊະນະຮ່ວມກັນ. ຝ່າຍຈີນຍິນດີທີ່ຈະແບ່ງປັນໂອກາດໃນການພັດທະນາກັບຝ່າຍອົດສະຕຣາລີຫຼາຍຂຶ້ນ, ສືບຕໍ່ເພີ່ມທະວີການແລກປ່ຽນດ້ານນະໂຍບາຍເສດຖະກິດມະຫາພາກ, ຂະຫຍາຍການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນ, ການພັດທະນາສີຂຽວ, ນະວັດຕະກຳວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອື່ນໆ, ເພື່ອເພີ່ມແຮງຂັບເຄື່ອນຫຼາຍຂຶ້ນໃຫ້ແກ່ການພັດທະນາຮ່ວມກັນຂອງທັງສອງປະເທດ. ຈີນຈະລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ອອກແຮງຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ສືບຕໍ່ສ້າງສະພາບແວດລ້ອມທາງທຸລະກິດອັນດັບໜຶ່ງທີ່ຫັນເປັນຕະຫຼາດ, ຫັນເປັນກົດໝາຍ ແລະ ຫັນເປັນສາກົນ, ຍິນດີຕ້ອນຮັບວິສາຫະກິດອົດສະຕຣາລີຫຼາຍຂຶ້ນກວ່າເກົ່າມາລົງທຶນ ແລະ ດຳເນີນທຸລະກິດຢູ່ຈີນ, ພ້ອມທັງຫວັງວ່າ ຝ່າຍອົດສະຕຣາລີຈະສາມາດສະໜອງສະພາບແວດລ້ອມທາງທຸລະກິດທີ່ຍຸຕິທຳ, ປອດໄພ, ບໍ່ມີການຈຳແນກ ແລະ ສາມາດຄາດການໄດ້ ສຳລັບວິສາຫະກິດຈີນທີ່ໄປລົງທຶນ ແລະ ດຳເນີນທຸລະກິດຢູ່ອົດສະຕຣາລີ. ທັງສອງຝ່າຍຄວນຂະຫຍາຍການແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນຂອງປະຊາຊົນ, ເພື່ອເສີມສ້າງພື້ນຖານມິດຕະພາບຂອງສາຍພົວພັນລະຫວ່າງສອງປະເທດໃຫ້ເຂັ້ມແຂງຂຶ້ນ. ອາຊີ-ປາຊີຟິກທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຈະເລີນຮຸ່ງເຮືອງ ແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງຈີນ, ອົດສະຕຣາລີ ແລະ ບັນດາປະເທດໃນພາກພື້ນ, ຝ່າຍຈີນຍິນດີທີ່ຈະພະຍາຍາມຮ່ວມກັບຝ່າຍອົດສະຕຣາລີ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອາຊີ-ປາຊີຟິກດ້ວຍການກະທຳຕົວຈິງ.

ທ່ານ ອານບານີສ ກ່າວວ່າ, ປັດຈຸບັນ ສາຍພົວພັນລະຫວ່າງອົດສະຕຣາລີ-ຈີນ ມີທ່າອ່ຽງການພັດທະນາທີ່ດີ ແລະ ໝັ້ນທ່ຽງ, ການສົນທະນາໃນຂົງເຂດການທູດ, ເສດຖະກິດ ແລະ ຂົງເຂດອື່ນໆ ໄດ້ດຳເນີນໄປຢ່າງເນື່ອງນິດ. ຝ່າຍອົດສະຕຣາລີຍິນດີທີ່ຈະສືບຕໍ່ເພີ່ມທະວີການສົນທະນາ ແລະ ການຮ່ວມມືໃນລະດັບສູງ ແລະ ທຸກລະດັບກັບຝ່າຍຈີນຕື່ມອີກ, ສື່ສານຢ່າງຈິງໃຈດ້ວຍຈິດໃຈແຫ່ງການເຄົາລົບເຊິ່ງກັນແລະກັນ, ເພີ່ມພູນການຮ່ວມມືໃນຂົງເຂດເສດຖະກິດ ການຄ້າ, ເສດຖະກິດສີຂຽວ, ພະລັງງານສະອາດ, ການປ່ຽນແປງດິນຟ້າອາກາດ, ວັດທະນະທຳ ແລະ ອື່ນໆ, ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາໄປໃນທິດທາງທີ່ດີ. ຝ່າຍອົດສະຕຣາລີຍຶດໝັ້ນໃນນະໂຍບາຍຈີນດຽວ. ຝ່າຍອົດສະຕຣາລີຍິນດີທີ່ຈະເພີ່ມທະວີການປະສານງານກັບຝ່າຍຈີນໃນຂົງເຂດຫຼາຍຝ່າຍ, ຮ່ວມກັນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

123全文 3 下一页

Share this story on

Messenger Pinterest LinkedIn