ພາສາລາວ

ຈີນຮຽກຮ້ອງຢ່າງເຄັ່ງຂຶມໃຫ້ປະເທດທີ່ກ່ຽວຂ້ອງຈົ່ງເສີມຂະຫຍາຍບົດບາດທີ່ ໃຊ້ໄດ້ທຸກຢ່າງຕໍ່ຝ່າຍທີ່ກ່ຽວຂ້ອງກັບການປະທະກັນ

cri2024-10-10 15:15:02
Share
Share this with Close
Messenger Pinterest LinkedIn

ວັນທີ 9 ຕຸລານີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວໃນກອງປະຊຸມເປີດກວ້າງກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ: ຈີນຮຽກຮ້ອງຢ່າງເຄັ່ງຂຶມໃຫ້ປະເທດທີ່ກ່ຽວຂ້ອງຕ້ອງຖືເອົາການກອບກູ້ຊີວິດເປັນບຸລິມະສິດ,ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາທາງດ້ານການເມືອງ,ຍຶດຖືຫຼັກໝັ້ນທີ່ຊອບທຳ,ປະລະການກະທຳທາງການເມືອງທີ່ທຳລາຍຜົນປະໂຫຍດຂອງຜູ້ອື່ນເພື່ອຜົນປະໂຫຍດຂອງຕົນເອງ,ເສີມຂະຫຍາຍບົດບາດທີ່ໃຊ້ໄດ້ທຸກຢ່າງຕໍ່ຝ່າຍທີ່ກ່ຽວຂ້ອງກັບການປະທະກັນ.

ທ່ານ ຟູ້ຊົ່ງ ກ່າວເນັ້ນໜັກວ່າ: ອິດສະຣາແອນຕ້ອງຍຸດຕິການເຄື່ອນໄຫວທາງການທະຫານທຸກຢ່າງຢູ່ເຂດກາຊາ, ສິ້ນສຸດການລົງໂທດຕໍ່ປະຊາຊົນຢູ່ເຂດກາຊາແບບລວມໝູ່. ລີບັງບໍ່ຄວນກາຍເປັນບ່ອນທີ່ຕົກຢູ່ໃນສະພາບການຮ້າຍແຮງຄືກັບເຂດກາຊາ, ຈີນຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມອົດກັ້ນໄວ້, ບັນລຸການຢຸດຍິງ ໂດຍສະເພາະຮຽກຮ້ອງໃຫ້ອິດສະຣາແອນຍຸດຕິການໃຊ້ການກະທຳທີ່ອາດຈະພາໃຫ້ສະຖານະການມີຄວາມຮ້າຍແຮງຂຶ້ນຕື່ມອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

123全文 3 下一页

Share this story on

Messenger Pinterest LinkedIn