100 ກວ່າປະເທດສະໜັບສະໜູນຈີນທີ່ນຳສະເໜີມະຕິລະນຶກ “ຖະແຫຼງການປັກກິ່ງ” ແລະ “ແຜນປະຕິບັດງານ” ຄົບຮອບ 30 ປີໃນກອງປະຊຸມສະພາສິດທິມະນຸດ
ວັນທີ 9 ຕຸລານີ້, ກອງປະຊຸມຄັ້ງທີ 57 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດໄດ້ເປິກສາຫາລືແລ້ວຕົກລົງເປັນເອກະພາບກັນໃຫ້ຈີນເປັນຜູ້ຕາງໜ້າດານມາກ, ຝຣັ່ງ, ເຄັນຢາແລະເມັກຊິກສະເໜີມະຕິລະນຶກ “ຖະແຫຼງການປັກກິ່ງ” ແລະ “ແຜນປະຕິບັດງານ” ຄົບຮອບ 30 ປີ. ມະຕິສະບັບດັ່ງກ່າວໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ, ຈາກ 112 ປະເທດທີ່ເຂົ້າຮ່ວມກອງປະຊຸມ. ມະຕິສະບັບນີ້ມີຈຸດປະສົງເພື່ອຟື້ນຟູຈິດໃຈຂອງ “ຖະແຫຼງການປັກກິ່ງ” ຄືນໃໝ່, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາຮ່ວມກັນໃນການບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍໂດຍໄວແລະການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍຂອງແຕ່ລະປະເທດ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ