ຜູ້ແທນຮາມັສ ແລະຟາຕາຈະດຳເນີນການເຈລະຈາກ່ຽວກັບການແກ້ໄຂບັນຫາຄວາມປອງດອງຊາດ ແລະບັນຫາກາຊາ
ວັນທີ 8 ຕຸລານີ້, ແຫຼ່ງຂ່າວເອຢິບໄດ້ບອກໃຫ້ນັກຂ່າວຊິນຮວາຂອງຈີນຮູ້ວ່າ: ຄະນະຜູ້ແທນຂະບວນການຕໍ່ຕ້ານຂອງອິດສະລາມປາແລັດສະຕິນ ຫຼືຮາມັສໄດ້ເດີນໄປຮອດນະຄອນຫຼວງເລີແກປະເທດເອຢິບ ແລະຈະດຳເນີນການເຈລະຈາກັບຜູ້ແທນຂອງຂະບວນການປົດປ່ອຍຊາດປາແລັດສະຕິນ ຫຼືຟາຕາກ່ຽວກັບການແກ້ໄຂບັນຫາຄວາມປອງດອງຊາດ ແລະບັນຫາກາຊາ.
ແຫຼ່ງຂ່າວກ່າວວ່າ: ການເຈລະຈາຈະຈັດຂຶ້ນພາຍໃຕ້ການເປັນເຈົ້າພາບຂອງເອຢິບ ເພື່ອຊຸກຍູ້ໃຫ້ຮາມັສ ແລະຟາຕາແກ້ໄຂບັນຫາຄວາມປອງດອງຊາດ. ຫົວຂໍ້ສຳຄັນຂອງການເຈລະຈາຄັ້ງນີ້ຍັງກວມເອົາສະຖານະການຢູ່ເຂດກາຊາໃນປັດຈຸບັນ, ອະນາຄົດຂອງດ່ານຣາຟາລະຫວ່າງເຂດກາຊາກັບເອຢິບ ແລະອື່ນໆ. ປັດຈຸບັນນີ້, ດ່ານຣາຟາຢູ່ເບື້ອງກາຊາແມ່ນອິດສະຣາແອນເປັນຜູ້ຄວບຄຸມ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ