ໃນ 1 ປີຜ່ານມາ ອາເມຣິກາໃຫ້ການຊ່ວຍເຫຼືອດ້ານການທະຫານແກ່ອິດສະຣາແອນບັນລຸມູນຄ່າຫຼາຍກວ່າ 17,9 ຕື້ໂດລາ
ການປະທະກັນຂະໜາດໃຫຍ່ລະຫວ່າງອິດສະຣາແອນ-ປາແລັດສະຕິນຮອບນີ້ໄດ້ດຳເນີນໄປຢ່າງຕໍ່ເນື່ອງຈົນມາຮອດປັດຈຸບັນນີ້ແມ່ນມີສ່ວນພົວພັນກັບການເຂົ້າຂ້າງແລະການສະໜັບສະໜູນຂອງອາເມຣິກາທີ່ມີຕໍ່ອິດສະຣາແອນ.
ມະຫາວິທະຍາໄລບຣອນຂອງອາເມຣິກາໄດ້ເປີດເຜີຍບົດລາຍງານສະຖິຕິໂດຍສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 7 ຕຸລາປີ 2023 ເປັນຕົ້ນມາ, ອາເມຣິກາໄດ້ໃຫ້ການສະໜັບສະໜູນດ້ານການທະຫານທີ່ມີມູນຄ່າຢ່າງໜ້ອຍຫຼາຍກວ່າ 17,9 ຕື້ໂດລາແກ່ອິດສະຣາແອນ ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.ໃນນີ້ລວມທັງການລະດົມທຶນດ້ານການທະຫານ,ການຈຳໜ່າຍອາວຸດກໍຄືອາວຸດຍຸດໂທປະກອນມືສອງແລະເຄື່ອງໃຊ້ການທະຫານຢູ່ໃນສາງທີ່ມີມູນຄ່າຢ່າງໜ້ອຍ 4,4 ຕື້ໂດລາ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ