ພາສາລາວ

ຊາຍຄົນໜຶ່ງເຜົາຕົນເອງຢູ່ນອກທໍານຽບປະນາທາທິບໍດີອາເມຣິກາ

CRI2024-10-07 11:56:57
Share
Share this with Close
Messenger Pinterest LinkedIn

ອີງຕາມໜັງສືພິມວໍຊິງຕັນໂພສຂອງອາເມຣິກາລາຍງານວ່າ: ຕອນບ່າຍຂອງວັນທີ 5 ຕຸລານີ້, ຊາຍອາເມຣິກາຄົນໜຶ່ງໄດ້ເຜົາຕົນເອງຢູ່ເຂດບໍລິເວນໃກ້ກັບທໍານຽບປະນາທາທິບໍດີອາເມຣິກາ ຫຼື ທໍານຽບຂາວແນໃສ່ປະທ້ວງໂດຍສັນຕິເພື່ອສະໜັບສະໜູນປາແລັດສະຕີນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕໍາຫຼວດໄດ້ດັບໄຟໃຫ້ຊາຍຄົນນີ້ຢ່າງສໍາເລັດຜົນ, ຫຼັງຈາກນັ້ນໄດ້ນຳຊາຍຄົນນີ້ອອກຈາກສະຖານທີ່ດັ່ງກ່າວ, ຂັບໄລ່ສະຫຼາຍກຸ່ມຜູ້ປະທ້ວງ ແລະ ປິດລ້ອມສະຖານທີ່ເກີດເຫດ. ເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນຢືນຢັນວ່າ: ຊາຍຄົນນີ້ໄດ້ຖືກສົ່ງໄປປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີຄວາມອັນຕະລາຍເຖິງແກ່ຊີວິດ.

ອີງຕາມຂໍ້ມູນຂອງພາກສ່ວນສາທາລະນະສຸກເຂດກາຊາເຜີຍໃຫ້ຮູ້ວ່າ: ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບນີ້ໄດ້ສືບຕໍ່ດໍາເນີນຢູ່ ແລະ ໃກ້ຈະຄົບຮອບ 1 ປີ, ການປະທະກັນຮອບນີ້ເຮັດໃຫ້ມີປະຊາຊົນປາແລັດສະຕິນເສຍຊີວິດເຖິງ 41.870 ຄົນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

123全文 3 下一页

Share this story on

Messenger Pinterest LinkedIn