ນາຍແລະພົນທະຫານຮັກສາສັນຕິພາບຂອງຈີນ 700 ຄົນໄດ້ຮັບ “ຫຼຽນໄຊນາມມະຍົດສັນຕິພາບ”
ຫວ່າງມໍ່ໆມານີ້, ຄະນະຜູ້ແທນພິເສດອົງການສະຫະປະຊາຊາດປະຈຳຊູດັງໃຕ້ໄດ້ຈັດພິທີມອບຫຼຽນໄຊຢູ່ຄ້າຍທະຫານຈີນ, ນາຍແລະພົນທະຫານຂອງກອງພັນນ້ອຍທະຫານຮາບຈີນຊຸດທີ 10 ຈຳນວນ 700 ຄົນ ທີ່ປະຕິບັດໜ້າທີ່ຮັກສາສັນຕິພາບປະຈຳຢູ່ຊູດັງໃຕ້ ໄດ້ຮັບ“ຫຼຽນໄຊນາມມະຍົດສັນຕິພາບ” ຂອງອົງການສະຫະປະຊາຊາດ.
“ຫຼຽນໄຊນາມມະຍົດສັນຕິພາບ” ແມ່ນລາງວັນສຳຄັນຂອງອົງການສະຫະປະ ຊາຊາດເພື່ອຍ້ອງຍໍສັນລະເສີນຜູ້ປະກອບສ່ວນອັນພົ້ນເດັ່ນເຂົ້າໃນພາລະກິດສັນຕິພາບຂອງມວນມະນຸດ. ນັບແຕ່ເດືອນທັນວາປີຜ່ານມາທີ່ກອງພັນນ້ອຍທະຫານຮາບຮັກສາສັນຕິ ພາບຊຸດທີ 10 ຂອງຈີນເດີນທາງໄປເຖິງຊູດັງໃຕ້ເປັນຕົ້ນມາ, ພາຍໃຕ້ຂອບບັນຊາການ ຂອງຄະນະຜູ້ແທນພິເສດອົງການສະຫະປະຊາຊາດປະຈຳຊູດັງໃຕ້, ທະຫານຈີນໄດ້ປະຕິບັດໜ້າທີ່ຫຼາຍກວ່າ 150 ຄັ້ງດ້ວຍມາດຕະຖານສູງຕາມທີ່ໄດ້ຮັບການມອບໝາຍ ເປັນຕົ້ນ: ການປ້ອງກັນຄວາມສະຫງົບ, ການລາດຕະເວນປະກອບອາວຸດ ແລະ ຮັບມືກັບສະພາວະສຸກເສີນ, ພ້ອມທັງຕັ້ງໜ້າດຳເນີນການເຄື່ອນໄຫວຊ່ວຍເຫຼືອດ້ານມະ ນຸດສະທຳຕ່າງໆ ເຊັ່ນ: ໃຫ້ການບໍລິການກວດສຸຂະພາບໂດຍບໍ່ເກັບຄ່າ, ຢ້ຽມຢາມປະຊາ ຊົນທ້ອງຖິ່ນແລະອື່ນໆ, ໄດ້ບໍລິຈາກເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳປະເພດຕ່າງໆ ຫຼາຍກວ່າ 10.000 ອັນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ເບີກບານມ່ວນຊື່ນໃນຍາມພັກ
ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved