ພາສາລາວ

ເຂດຕາເວັນອອກກາງນັບມື້ນັບມີຄວາມສ່ຽງສູງຂຶ້ນທີ່ຈະເກີດສົງຄາມຢູ່ໃນພາກພື້ນ

CRI2024-10-04 10:34:54
Share
Share this with Close
Messenger Pinterest LinkedIn

ວັນທີ 3 ຕຸລານີ້, ສັນນິບາດອາຣັບໄດ້ຈັດກອງປະຊຸມສຸກເສີນລະດັບຜູ້ຕາງໜ້າຖາວອນຂອງປະເທດສະມາຊິກປະຈຳສັນນິບາດອາຣັບຢູ່ນະຄອນຫຼວງເລີແກປະເທດເອຢິບເພື່ອເປິກສາຫາລືບັນຫາຕ່າງໆເຊັ່ນ: ສະຖານະການຢູ່ລີບັງເປັນຕົ້ນ.

ໃນໂອກາດນີ້, ທ່ານ ໂຮຊາມ ຈາກີ ຮອງເລຂາທິການໃຫຍ່ສັນນິບາດອາຣັບໄດ້ກ່າວໃນກອງປະຊຸມວ່າ: ເນື່ອງຈາກວ່າຜູ້ນໍາອິດສະຣາແອນໄດ້ຍົກລະດັບການປະທະກັນຢ່າງບໍ່ຢຸດຢັ້ງດ້ວຍຄວາມອວດອົ່ງທະນົງຕົວ ແລະ ຈອງຫອງ, ຈຶ່ງເຮັດໃຫ້ເຂດຕາເວັນອອກກາງນັບມື້ນັບມີຄວາມສ່ຽງສູງຂຶ້ນທີ່ຈະເກີດສົງຄາມຢູ່ໃນພາກພື້ນ. ອິດສະຣາແອນໄດ້ກໍ່ອາດຊະຍາກໍາຢູ່ເຂດກາຊາຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ເຂດຕາເວັນອອກກາງນັບມື້ນັບໃກ້ທີ່ຈະເກີດສົງຄາມຢູ່ໃນພາກພື້ນ, ຕາບໃດທີ່ສົງຄາມເກີດຂຶ້ນ, ບໍ່ວ່າຝ່າຍໃດໜຶ່ງກໍຕາມລ້ວນແຕ່ຈະບໍ່ສາມາດຢູ່ລອດຈາກສົງຄາມໄດ້.

ໃນມື້ດຽວກັນ, ຜູ້ຕາງໜ້າລີບັງປະຈໍາສັນນິບາດອາຣັບໄດ້ຢືນຢັນໃນກອງປະຊຸມວ່າ: ການໂຈມຕີຕໍ່ລີບັງຂອງອິດສະຣາແອນໄດ້ເຮັດໃຫ້ລີບັງມີຜູ້ເສຍຊີວິດປະມານ 2.000 ຄົນ, ຫຼາຍກວ່າ 10.000 ຄົນໄດ້ຮັບບາດເຈັບ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

123全文 3 下一页

Share this story on

Messenger Pinterest LinkedIn