ພາສາລາວ

ຈີນຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສປຊຈົ່ງຊຸກຍູ້ໃຫ້ສະຖານະການລີບັງ-ອິດສະຣາແອນຜ່ອນຄາຍລົງໃນທັນທີ

cri2024-10-03 17:32:31
Share
Share this with Close
Messenger Pinterest LinkedIn

ໃນເວລາສະພາຄວາມໝັ້ນຄົງອົງການສະຫະປະຊາຊາດພິຈາລະນາສະຖາ ນະການລີບັງ-ອິດສະຣາແອນໂດຍດ່ວນໃນວັນທີ 2 ຕຸລານີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວວ່າ: ນັບແຕ່ເດືອນຕຸລາປີ2023ເປັນຕົ້ນມາ, ການປະທະກັນດ້ວຍຄວາມຮຸນແຮງເກີດຂຶ້ນໃນແບບຮອບວຽນຢູ່ພາກພື້ນຕາເວັນອອກກາງ. ອິດສະຣາແອນບໍ່ເອົາຫົວຊານຳສຽງຮຽກຮ້ອງທີ່ຢຸດຍິງໃນທັນທີຂອງປະຊາຄົມໂລກ, ຊູຊີດຳເນີນການເຄື່ອນໄຫວທາງການທະຫານ, ຈົນເຮັດໃຫ້ການປະທະກັນແຜ່ລາມແລະຂະຫຍາຍອອກ.

ທ່ານຟູ້ຊົ່ງເນັ້ນໜັກວ່າ: ພາຍໃຕ້ສະພາບການປັດຈຸບັນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດມີຄວາມຈຳເປັນທີ່ໃຊ້ມາດຕະການໂດຍດ່ວນ, ສາມັກຄີເປັນເອກະພາບກັນສະເໜີຄວາມຮຽກຮ້ອງທີ່ຊັດເຈນແລະຖືກຕ້ອງ ນັ້ນກໍຄື: ຕ້ອງຢຸດຍິງໃນທັນທີຢູ່ເຂດກາຊາ, ຕ້ອງຊຸກຍູ້ໃຫ້ສະຖານະການລີບັງ-ອິດສະຣາແອນຜ່ອນຄາຍລົງໃນທັນທີ, ຍຸດຕິການໃຊ້ຄວາມຮຸນແຮງແບບຮອບວຽນ, ຕ້ອງອອກແຮງສຸດຂີດສະກັດກັ້ນບໍ່ໃຫ້ສົງຄາມແຜ່ລາມອອກ, ຕ້ອງຊຸກຍູ້ໃຫ້ທຸກຝ່າຍທີ່ກ່ຽວຂ້ອງກັບຄືນສູ່ວົງໂຄຈອນແກ້ໄຂໂດຍຜ່ານທາງການເມືອງແລະທາງການທູດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn