ພາສາລາວ

ເລຂາທິການໃຫຍ່ສປຊຮຽກຮ້ອງຫຼີກເວັ້ນບໍ່ໃຫ້ເກີດສົງຄາມຢ່າງຮອບດ້ານຢູ່ລີບັງ

CRI2024-10-03 11:48:37
Share
Share this with Close
Messenger Pinterest LinkedIn

ວັນທີ 2 ຕຸລານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມສຸກເສີນເພື່ອຫາລືສະຖານະການເຂດຕາເວັນອອກກາງ. ທ່ານອັນໂຕນີໂອ ກູເຕີເຣັດ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າສະຖານະການລີບັງໜ້າເປັນຫ່ວງຫຼາຍ, ມີຄວາມຈຳເປັນຕ້ອງຫຼີກເວັ້ນບໍ່ໃຫ້ເກີດສົງຄາມຢ່າງຮອບດ້ານຢູ່ຫັ້ນ,ຖ້າບໍ່ດັ່ງນັ້ນຈະເກີດມີຜົນຮ້າຍທີ່ເລິກເຊິ່ງຍາວໄກ ແລະ ລັກສະນະລ້າງຜານ.

ທ່ານກູເຕີເຣັດ “ກ່າວປະນາມຢ່າງຮຸນແຮງ” ຕໍ່ອີຣານທີ່ໂຈມຕີອິສຣາແອນຢ່າງຂະໜາດໃຫຍ່ດ້ວຍລູກສອນໄພນຳວິຖີໃນວັນທີ 1 ຕຸລານີ້. ທ່ານກ່າວວ່າ: ການໂຈມຕີເຫຼົ່ານີ້ບໍ່ມີຜົນດີຕໍ່ພາລະກິດຂອງປະຊາຊົນປາເລັດສະຕິນ ຫຼື ບັນເທົາຄວາມທຸກຍາກຂອງເຂົາເຈົ້າ.

ທ່ານກູເຕີເຣັດເນັ້ນໜັກວ່າ: ສະພາບການໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ,ໄດ້ຮອດເວລາທີ່ຍຸດຕິການເຄື່ອນໄຫວເປັນປໍລະປັກກັນຢູ່ລີບັງ,ໃຊ້ມາດຕະການຢ່າງແທ້ຈິງເພື່ອປະຕິບັດມະຕິເລກທີ 1559 ແລະ ເລກທີ1701 ຂອງສະພາຄວາໝັ້ນຄົງຢ່າງຮອບດ້ານ, ພ້ອມທັງປູທາງໃຫ້ຄວາມພະຍາຍາມທາງການທູດເພື່ອບັນລຸສັນຕິພາບຖາວອນແລ້ວ.ພ້ອມກັນນັ້ນ,ທ່ານຍັງຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີ,ປ່ອຍຜູ້ຖືກກັກຂັງທັງໝົດດຍບໍ່ມີເງື່ອນໄຂໃດໆໃນທັນທີ,ສະໜອງການຊ່ວຍເຫຼືອມະນຸດສະທຳທີ່ມີປະສິດທີຜົນໃຫ້ແກ່ຊາວປາເລັັດສະຕິນທີ່ຢູ່ເຂດກາຊາ,ແລະຊຸກຍູ້ “ແຜນການສອງປະເທດ” ຢ່າງບໍ່ສາມາດຕ່າວປີ້ນຄືນໄດ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ດອກໄຟແສງສີສາດສ່ອງຢູ່ຮົງກົງເພື່ອສະເຫຼີມສະຫຼອງວັນຊາດຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn