ພາສາລາວ

ອະດີດນາຍົກລັດຖະມົນຕີໂຮນລັງດຳນົງຕຳແໜ່ງເລຂາທິການໃຫຍ່ກຸ່ມນາໂຕ

cri2024-10-02 16:03:17
Share
Share this with Close
Messenger Pinterest LinkedIn

ວັນທີ 1 ຕຸລານີ້, ທ່ານ ມາກ ລຸດເຕ ອະດີດນາຍົກລັດຖະມົນຕີໂຮນລັງໄດ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ກຸ່ມນາໂຕຢ່າງເປັນທາງການ ແລະ ເຂົ້າແທນທ່ານເຈນສ ສະໂຕເທນເບີກທີ່ໄດ້ປະຕິບັດໜ້າທີ່ດັ່ງກ່າວເປັນເວລາ 10 ປີແລ້ວ.

ເລຂາທິການໃຫຍ່ກຸ່ມນາໂຕມີວາລະດຳລົງຕຳແໜ່ງ 4 ປີ, ຜ່ານຄວາມເຫັນດີຈາກປະເທດສະມາຊິກແລ້ວສາມາດແກ່ຍາວເວລາ, ຕຳແໜ່ງດັ່ງກ່າວພ້ອມກັບປະທານຄະນະກຳມະການວຽກງານການທະຫານກຸ່ມນາໂຕ ແລະ ຜູ້ບັນຊາການສູງສຸດກອງທັບພັນທະມິດກຸ່ມນາໂຕ-ສະຫະພາບເອີຣົບເປັນເຈົ້າໜ້າທີ່ແກນກາງຂອງກຸ່ມນາໂຕ.

ທ່ານ ມາກ ລຸດເຕ ເກີດຢູ່ນະຄອນເຮກຂອງໂຮນລັງ, ປີນີ້ມີອາຍຸ 57 ປີ. ທ່ານໄດ້ສ້າງລັດຖະບານໂຮນລັງ 4 ຄັ້ງຢ່າງລຽນຕິດນັບແຕ່ຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີໂຮນລັງໃນປີ 2010 ເປັນຕົ້ນມາ, ເປັນນາຍົກລັດຖະມົນຕີທີ່ດຳລົງຕຳແໜ່ງດົນທີ່ສຸດໃນປະຫວັດສາດໂຮນລັງ. ວັນທີ 26 ມິຖຸນາ 2024, ກຸ່ມນາໂຕໄດ້ແຕ່ງຕັ້ງທ່ານ ມາກ ລຸດເຕ ເປັນເລຂາທິການໃຫຍ່ກຸ່ມນາໂຕຄົນໃໝ່.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn