ພາສາລາວ

ທ່ານສີຈິ້ນຜິງ ແລະ ທ່ານວະລາດີເມຍ ປູຕິນສົ່ງສານອວຍພອນໃຫ້ແກ່ກັນເນື່ອງໃນໂອກາດຈີນ ກັບ ຣັດເຊຍສ້າງສາຍພົວພັນທາງການທູດຄົບຮອບ 75 ປີ

CRI2024-10-02 12:50:40
Share
Share this with Close
Messenger Pinterest LinkedIn

ວັນທີ 2 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ສົ່ງສານອວຍພອນໃຫ້ແກ່ກັນ ເນື່ອງໃນໂອກາດສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 75 ປີ.

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸວ່າ: ຂ້າພະເຈົ້າໃຫ້ຄວາມສຳຄັນຂະຫຍາຍການພົວພັນຈີນ-ຣັດເຊຍໃນລະດັບສູງ,ຍິນດີຮ່ວມກັບທ່ານປະທານາທິບໍດີປູຕິນ, ຖືສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 75 ປີເປັນໂອກາດ, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງໃນທຸກຂົງເຂດລະຫວ່າງຈີນ ກັບ ຣັດເຊຍ, ພ້ອມກັນຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ ແລະ ການສ້າງຄວາມທັນສະໄໝຂອງສອງປະເທດ, ປະກອບສ່ວນໃໝ່ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ ພ້ອມທັງ ຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ເນື້ອໃນສານອວຍພອນຂອງທ່ານວະລາດີເມຍ ປູຕິນລະບຸວ່າ:ປັດຈຸບັນ, ການພົວພັນລະຫວ່າງຣັດເຊຍ ກັບ ຈີນພວມຢູ່ໃນລະດັບສູງສຸດໃນປະຫວັດສາດ. ສອງຝ່າຍຕັ້ງໜ້າດຳເນີນການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດການຄ້າ ແລະ ເຕັກນິກວິທະຍາສາດເປັນຕົ້ນ, ປະສານງານຢ່າງມີປະສິດທິພາບສູງໃນວຽກງານສາກົນ ແລະພາກພື້ນ, ພ້ອມກັນສຸມໃສ່ສ້າງໂລກທີ່ມີຫຼາຍຂົ້ວທີ່ເປັນທຳ. ຂ້າພະເຈົ້າເຊື່ອວ່າ, ສອງຝ່າຍຈະສືບຕໍ່ຮັດແໜ້ນການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກສະໄໝໃໝ່ລະຫວ່າງຣັດເຊຍ ກັບ ຈີນຕື່ມອີກ, ຊຸກຍູ້ທະວີບເອີລົບ-ອາຊີ ແລະ ໂລກໃຫ້ມີຄວາມໝັ້ນຄົງ ແລະ ສະຖຽນລະພາບ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ການເຂົ້າຊົມການຊັກທຸງຊາດຂຶ້ນສູ່ຍອດເສົາຢູ່ສະໜາມຫຼວງທ່ຽນອ່ານເມີນເປັນພິທີສຳຄັນໃນໃຈຂອງປະຊາຊົນຈີນ

ທ່ານ ໂຈ່ວເວີຍຈົ່ງ ເຮັດໃຫ້ຊີວິດຂອງຊາວບ້ານນັບມື້ນັບຈະເລີນຮຸ່ງເຮືອງຂຶ້ນ

ສະຖານທີ່ຜະລິດເຮືອບິນລຳທຳອິດຂອງ ສປ ຈີນຢູ່ໃສ?

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn