ພາສາລາວ

ທະຫານອິດສະຣາແອນຫຼອນໂຈມຕີພາກໃຕ້ລີບັງ

cri2024-10-01 16:37:16
Share
Share this with Close
Messenger Pinterest LinkedIn

ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ລາຍງານໃນວັນທີ 1 ຕຸລານີ້ວ່າ: ຕາມຂ່າວຈາກຝ່າຍທີ່ກ່ຽວຂ້ອງຂອງລີບັງໃຫ້ຮູ້ວ່າ: ທະຫານອິດສະຣາແອນໄດ້ຫຼອນໂຈມຕີທາງອາກາດຕໍ່ຄ້າຍຊາວອົບພະຍົບທີ່ມໍ່ກັບນະຄອນຊິດົນ ພາກໃຕ້ລີບັງ.

ຕາມຂ່າວຈາກສື່ມວນຊົນອິດສະຣາແອນລາຍງານວ່າ: ນີ້ແມ່ນທະຫານອິດສະຣາແອນ ຫຼອນໂຈມຕີຄ້າຍຊາວອົບພະຍົບແຫ່ງນີ້ເປັນເທື່ອທຳອິດ ນັບແຕ່ເກີດການປະທະກັນຮອບໃໝ່ລະຫວ່າງປາເລັດສະຕີນກັບອິດສະຣາແອນຢ່າງຂະໜາດໃຫຍ່ໃນວັນທີ 7 ຕຸລາປີກາຍເປັນຕົ້ນມາ.

ວັນທີ 1 ຕຸລານີ້, ກະຊວງສາທາລະນະສຸກລີບັງລາຍງານວ່າ: ໃນ 24 ຊົ່ວໂມງທີ່ຜ່ານມາ, ອິດສະຣາແອນໄດ້ຫຼອນໂຈມຕີນະຄອນຫຼວງເບລຸດ, ເມືອງແລະບ້ານຢູ່ພາກໃຕ້ຂອງລີລັງ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 95 ຄົນ, ໄດ້ຮັບບາດເຈັບ 172 ຄົນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ການເຂົ້າຊົມການຊັກທຸງຊາດຂຶ້ນສູ່ຍອດເສົາຢູ່ສະໜາມຫຼວງທ່ຽນອ່ານເມີນເປັນພິທີສຳຄັນໃນໃຈຂອງປະຊາຊົນຈີນ

123全文 3 下一页

Share this story on

Messenger Pinterest LinkedIn