ພາສາລາວ

ຜູ້ຕອບແບບສອບຖາມຈາກທົ່ວໂລກສະແດງຄວາມຊົມເຊີຍຕໍ່ຄວາມທັນສະໄໝແບບຈີນ

CRI2024-09-29 14:25:04
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດທີ່ວັນສະຖາປະນາ ສປ ຈີນຄົບຮອບ 75 ປີຈະວຽນມາເຖິງ, ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມກັບມະຫາວິທະຍາໄລປະຊາຊົນຈີນ, ຜ່ານສະຖາບັນຄົ້ນຄວ້າການສື່ສານສາກົນຍຸກໃໝ່ໄດ້ເຜີຍແຜ່ຜົນງານການຢັ່ງປະຊາມະຕິທົ່ວໂລກພາຍໃຕ້ຫົວຂໍ້ “ຄວາມຮູ້ສຶກທີ່ເປັນມິດກັບຈີນ” ເປັນປີທີ 2. ຜົນການຢັ່ງປະຊາມະຕິສະແດງໃຫ້ເຫັນວ່າ, ຄວາມຮູ້ສຶກເປັນມິດ ແລະ ໃກ້ຊິດກັບຈີນຂອງຜູ້ຕອບແບບສອບຖາມໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ. ໃນນັ້ນ ຜູ້ຕອບແບບສອບຖາມ 92% ເຫັນວ່າ ຈີນເປັນປະເທດທີ່ສຳຄັນ ເຊິ່ງໄດ້ເພີ່ມຂຶ້ນ 1,4% ເມື່ອທຽບໃສ່ປີ 2023; ຜູ້ຕອບແບບສອບຖາມ 89% ເຫັນວ່າ ຈີນເປັນປະເທດທີ່ປະສົບຜົນສຳເລັດ, ໄດ້ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ປີ 2023; ຜູ້ຕອບແບບສອບຖາມ 77,8% ເຫັນວ່າ ຈີນເປັນປະເທດທີ່ໜ້ານັບຖື, ໄດ້ເພີ່ມຂຶ້ນ 1,3% ເມື່ອທຽບໃສ່ປີ 2023.

ໃນຜົນງານດ້ານເສດຖະກິດ, ຜູ້ຕອບແບບສອບຖາມ 92,3%ຍ້ອງຍໍວ່າເສດຖະກິດຈີນມີກຳລັງເຂັ້ມແຂງ ເຊິ່ງເທົ່າທຽມກັບຕົວເລກຂອງປີ 2023.

ໃນດ້ານວິທະຍາສາດເຕັກໂນໂລຊີ, ກຳລັງວິທະຍາສາດເຕັກໂນໂລຊີຂອງຈີນໄດ້ຮັບການຍອມຮັບຈາກ ຜູ້ຕອບແບບສອບຖາມໃນທົ່ວໂລກ. ໃນນັ້ນ, ຜູ້ຕອບແບບສອບຖາມ 92,3% ເຫັນວ່າ ກຳລັງວິທະຍາສາດເຕັກໂນໂລຊີຂອງຈີນເປັນສິ່ງທີ່ໜ້າຊົມເຊີຍ ແລະ ປະທັບໃຈຫຼາຍ.

ໃນດ້ານອິດທິພົນສາກົນ, ຜູ້ຕອບແບບສອບຖາມທີ່ມີອາຍຸລະຫວ່າງ 18 – 24 ປີ ມີ92,8% ແລະ ຜູ້ມີອາຍຸລະຫວ່າງ 25-34ປີ 91,1%ໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ບົດບາດອິດທິພົນຂອງຈີນໃນສາກົນ, ເຊິ່ງສູງກວ່າການຍອມຮັບໂດຍລວມທີ່ເປັນ 87,2%.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ສະຖານທີ່ຜະລິດເຮືອບິນລຳທຳອິດຂອງ ສປ ຈີນຢູ່ໃສ?

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

123全文 3 下一页

Share this story on

Messenger Pinterest LinkedIn