ພາສາລາວ

ທ່ານ ໂຈ ໄບເດັນ ລົງນາມໃນຮ່າງກົດໝາຍວ່າດ້ວຍລາຍຈ່າຍໃນໄລຍະສັ້ນເພື່ອຫຼີກເວັ້ນບໍ່ໃຫ້ລັດຖະບານຕົກຢູ່ໃນສະພາບຢຸດງານ

CRI2024-09-27 11:06:04
Share
Share this with Close
Messenger Pinterest LinkedIn

ອີງຕາມຖະແຫຼງການສະບັບໜຶ່ງທີ່ທໍານຽບຂາວ ຫຼື ທໍານຽບປະທານາທິບໍດີອາເມຣິກາແຈ້ງໃຫ້ຮູ້ວ່າ: ວັນທີ 26 ກັນຍານີ້, ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ລົງນາມໃນຮ່າງກົດໝາຍວ່າດ້ວຍລາຍຈ່າຍໃນໄລຍະສັ້ນສະບັບໜຶ່ງ ໂດຍຈະສືບຕໍ່ສະໜອງທຶນໃຫ້ແກ່ອົງການຕ່າງໆຂອງລັດຖະບານອາເມຣິກາຈົນຮອດວັນທີ 20 ທັນວາ 2024 ເພື່ອຮັບປະກັນໃຫ້ລັດຖະບານອາເມຣິກາໄດ້ເຮັດວຽກຢ່າງຕໍ່ເນື່ອງ.

ນອກນີ້, ທ່ານ ໂຈ ໄບເດັນ ຍັງໄດ້ສົ່ງຈົດໝາຍເຖິງປະທານສະພາຕໍ່າ ແລະ ສະພາສູງອາເມຣິກາໂດຍມີເນື້ອໃນລະບຸວ່າ: ທ່ານໄດ້ກໍານົດທຶນເຫຼົ່ານີ້ໃຫ້ເປັນທຶນສຸກເສີນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການທີ່ສຸກເສີນ ແລະ ຫຼີກເວັ້ນບໍ່ໃຫ້ລັດຖະບານຖືກຈໍາກັດດ້ານງົບປະມານລາຍຈ່າຍທົ່ວໄປ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວັນທີ 25 ກັນຍານີ້, ສະພາຕໍ່າ ແລະ ສະພາສູງຂອງອາເມຣິກາໄດ້ປ່ອນບັດຮັບຮອງຮ່າງກົດໝາຍວ່າດ້ວຍລາຍຈ່າຍໃນໄລຍະສັ້ນເປັນເວລາ 3 ເດືອນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

123全文 3 下一页

Share this story on

Messenger Pinterest LinkedIn