ພາສາລາວ

ປະທານາທິບໍດີປາແລັດສະຕິນຮຽກຮ້ອງໃຫ້ອິດສະຣາແອນຈົ່ງສິ້ນສຸດການຍຶດຄອງດິນແດນປາແລັດສະຕິນຢ່າງຜິດກົດໝາຍ

cri2024-09-27 10:45:51
Share
Share this with Close
Messenger Pinterest LinkedIn

ວັນທີ 26 ກັນຍານີ້, ທ່ານມາໝຸດ ອັບບັສ ປະທານາທິບໍດີປາແລັດສະຕິນໄດ້ກ່າວຄຳປາໄສໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ຈັດຂຶ້ນຢູ່ນະຄອນນິວຢອກຂອງອາເມຣິກາ.

ໃນໂອກາດກ່າວຄຳປາໄສ, ທ່ານອັບບັສ ຮຽກຮ້ອງໃຫ້ປະຕິບັດມະຕິທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງເອົາໃນກ່ອນໜ້ານີ້ຢ່າງຮອບດ້ານ, ກໍຄືຮຽກຮ້ອງໃຫ້ອິດສະຣາແອນສິ້ນສຸດການຍຶດຄອງດິນແດນປາແລັດສະຕິນຢ່າງຜິດກົດໝາຍໃນເວລາ 12 ເດືອນພາຍຫຼັງສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງເອົາມະຕິທີ່ກ່ຽວຂ້ອງ.

ທ່ານອັບບັສ ໄດ້ເນັ້ນໜັກຄວາມຈຳເປັນທີ່ບັນລຸການຢຸດຍິງຖາວອນ ແລະ ຮອບດ້ານຢູ່ເຂດກາຊາ, ຍຸດຕິການເຄື່ອນໄຫວໂຈມຕີຂອງອິດສະຣາແອນຕໍ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນລວມທັງເຢລູຊາເລັມຕາເວັນອອກ. ທ່ານກ່າວຕື່ມວ່າ: ອິດສະຣາແອນໄດ້ກໍ່ສົງຄາມດັດສູນເຊື້ອຊາດຢູ່ເຂດກາຊາຢ່າງຮອບດ້ານ, ແລະຈະສືບຕໍ່ກໍ່ອາດຊະຍາກຳສົງຄາມຕື່ມອີກ, ປະຊາຄົມໂລກຕ້ອງສືບທາວຫາຄວາມຮັບຜິດຊອບຂອງອິດສະແຣາແອນ ແລະ ລົງໂທດອິດສະຣາແອນຕາມໂທດກຳທີ່ກໍ່ຂຶ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

123全文 3 下一页

Share this story on

Messenger Pinterest LinkedIn