100 ກວ່າປະເທດສະແດງທ່າທີທີ່ສະໜັບສະໜູນຫຼັກໝັ້ນຂອງຈີນຢູ່ໃນອົງການສະຫະປະຊາຊາດ
ວັນທີ 25 ກັນຍານີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ແລະ ຕອບຄຳຖາມນັກຂ່າວ.
ທ່ານຫຼິນຈ້ຽນກ່າວວ່າ: ວັນທີ 24 ກັນຍານີ້, ຢູ່ກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ 57 ທີ່ຈັດຂຶ້ນຢູ່ນະຄອນເຊີແນວປະເທດສະວິສ, ມີປະເທດສ່ວນໜ້ອຍ ເຊັ່ນ: ອາເມຣິກາ ເປັນຕົ້ນໄດ້ກ່າວຄວາມເຫັນໂຈມຕີແລະໃສ່ຮ້າຍປ້າຍສີສະພາບສິດທິມະນຸດຂອງຈີນ. ຕໍ່ກັບເລື່ອງນີ້, ມີ 100 ກວ່າປະເທດໄດ້ຜ່ານການກ່າວຄວາມເຫັນຮ່ວມ, ກ່າວຄວາມເຫັນແຕ່ຝ່າຍດຽວ ແລະວິທີອື່ນໆ ເພື່ອສະໜັບສະໜູນຫຼັກໝັ້ນທີ່ເປັນທຳຂອງຈີນ, ຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງ.
ຈີນເຕືອນໃຫ້ອາເມຣິກາຈົ່ງສຳຫຼວດຕົນເອງຄືນຢ່າງເລິກເຊິ່ງ ແລະ ແກ້ໄຂບັນຫາສິດທິມະນຸດທີ່ໜັກໜ່ວງຂອງຕົນ ເປັນຕົ້ນ: ລັດທິຈຳແນກເຊື້ອຊາດຜິວພັນ, ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ, ຄວາມບໍ່ສະເໝີພາບໃນສັງຄົມ ແລະ ລ່ວງລ້ຳສິດທິຂອງຊາວອົບພະຍົບ, ຮັບປະກັນສິດທິມະນຸດຂອງປະຊາຊົນປະເທດຕົນຢ່າງແທ້ຈິງ, ຍຸດຕິການແຊກແຊງວຽກງານພາຍໃນຂອງປະເທດອື່ນ ແລະ ເຂົ້າຮ່ວມການຮ່ວມມືດ້ານສິດທິມະນຸດສາກົນທີ່ມີລັກສະນະສ້າງສັນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ
ບົດຮຽນສ້າງຄວາມຮັ່ງມີຂອງ “ນາຍບ້ານກາເຟ”