ພາສາລາວ

ສປປເກົາຫຼີກ່າວປະນາມກຳປັ່ນດຳນ້ຳນີວເຄລຍຂອງອາເມຣິກາເຂົ້າທຽບທ່າກຳປັ່ນບູຊານ

cri2024-09-25 11:47:30
Share
Share this with Close
Messenger Pinterest LinkedIn

ວັນທີ 24 ກັນຍານີ້, ທ່ານນາງກິມໂຢຈອງ ຮອງຫົວໜ້າຜູ້ທີໜຶ່ງຂອງຄະນະກຳມະການສູນກາງພັກແຮງງານເກົາຫຼີໄດ້ຖະແຫຼງໂດຍກ່າວປະນາມກໍລະນີທີ່ກຳປັ່ນດຳນ້ຳນີວເຄລຍຂອງອາເມຣິກາເຂົ້າທຽບທ່າກຳປັ່ນບູຊານຂອງ ສ ເກົາຫຼີ.

ທ່ານນາງກິມໂຢຈອງກ່າວວ່າ: ເນື່ອງຈາກຄວາມໝັ້ນຄົງແຫ່ງຊາດຂອງສປປເກົາຫຼີໄດ້ຖືກໄພຄຸກຄາມ ແລະ ການນາບຂູ່ດ້ວຍນີວເຄລຍຈາກອາເມຣິກາຢູ່ທຸກເວລາ, ສະນັ້ນ, ສປປ ເກົາຫຼີຄວນເພີ່ມທະວີກຳລັງສະກັດກັ້ນສົງຄາມນີວເຄລຍຈາກດ້ານຄຸນນະພາບແລະປະລິມານເພື່ອແນໃສ່ຮັບມື ແລະ ຕໍ່ຕ້ານໄພຂົ່ມຂູ່ຈາກພາຍນອກ.

ອີງຕາມແຫຼ່ງຂ່າວຈາກຂ່າວສານສູນກາງເກົາຫຼີແຈ້ງໃຫ້ຮູ້ວ່າ: ວັນທີ 23ກັນຍານີ້, ກຳປັ່ນດຳນ້ຳ “ເວີມອນທ໌”(Vermont) ເຊິ່ງເປັນເຮືອດຳນ້ຳນີວເຄລຍລັກສະນະໂຈມຕີລຸ້ນເວີຈີເນຍຂອງອາເມຣິກາໄດ້ເດີນທາງໄປເຖິງຖານທັບເຮືອບູຊານ ທາງພາກຕາເວັນອອກສຽງໃຕ້ຂອງສເກົາຫຼີ ເພື່ອດຳເນີນການເພີ່ມເຕີມເຄື່ອງຂອງອັນຈຳເປັນ ແລະ ໃຫ້ທະຫານໄດ້ພັກຜ່ອນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

ບົດຮຽນສ້າງຄວາມຮັ່ງມີຂອງ “ນາຍບ້ານກາເຟ”

ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ນາຍົກນອກແວນນັ່ງລົດໄຟຄວາມໄວສູງເພື່ອສຳຜັດ “ຄວາມໄວຂອງຈີນ”

ປະທານາທິບໍດີສ.ອາຟຣິກາກາງກ່າວວ່າ: ການຫັນເປັນທັນສະໄໝບໍ່ໝາຍຄວາມວ່າຈະຫັນເປັນແບບປະເທດຕາເວັນຕົກ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn