ພາສາລາວ

ເຕັນນິດຈີນສ້າງປະຫວັດສາດສອງເທື່ອພາຍໃນມື້ດຽວ

cri2024-08-02 10:53:45
Share
Share this with Close
Messenger Pinterest LinkedIn

ວັນທີ 1 ສິງຫານີ້, ການແຂ່ງຂັນເຕັນນິດປະເພດຍິງດ່ຽວໃນງານກິລາໂອລິມປິກປາຣີ, ນາງເຈິ້ງຊິນເວີນ ນັກກິລາເຕັນນິດຈີນຊະນະນາງອີກາ ສະວີອາເຕັກ ນັກກິລາເຕັນນິດໂປໂລຍ ທີ່ເປັນອັນດັບໜຶ່ງຂອງໂລກແລ້ວຜ່ານເຂົ້າສູ່ຮອບຊີງຊະນະເລີດ ເຊິ່ງໄດ້ສ້າງຜົນງານດີທີ່ສຸດຂອງນັກກິລາເຕັນນິດປະເພດດ່ຽວຂອງຈີນ ໃນງານກິລາໂອລິມປິກ.

ຕໍ່ມາ, ທ້າວຈ່າງຈື່ເຈິ່ນ ແລະ ນາງວາງຊິນຢູ ນັກກິລາເຕັນນິດປະເພດຄູ່ປະສົມຂອງຈີນເອົາຊະນະຄູ່ແຂ່ງ ແລະ ໄດ້ຜ່ານເຂົ້າສູ່ຮອບຊີງຊະນະເລີດເຊັ່ນດຽວກັນ ເຊິ່ງກາຍເປັນນັກກິລາເຕັນນິດຄູ່ປະສົມຂອງຈີນທີ່ໄດ້ຜ່ານເຂົ້າສູ່ຮອບຊີງຊະນະເລີດການແຂ່ງຂັນເຕັນນິດໃນງານກິລາໂອລິມປິກເປັນຄັ້ງທຳອິດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn